ພັທ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ  ກະຊວງ ປກສ ໃຫ້ຮູ້ວ່າ: ປັດຈຸບັນ, ໄດ້ມີກຸ່ມຄົນຈໍານວນໜຶ່ງໂຄສະນາຂາຍປ້າຍລົດ, ຮັບເຮັດທະບຽນລົດ, ຕັ້ງຮ້ານເຮັດສີປ້າຍລົດ, ຂາຍຂອບປ້າຍລົດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; ເຮັດໃຫ້ມີພະນັກງານ ແລະ ພໍ່ແມ່ປະຊາຊົນຈໍານວນບໍ່ໜ້ອຍຫຼົງເຊື່ອ. ດັ່ງນັ້ນ, ກົມຕໍາຫຼວດຈາຈອນ ຈິ່ງໄດ້ອອກແຈ້ງການສະບັບເລກທີ 529/ກຈຈ ລົງວັນທີ 29 ມິຖຸນາ 2018 ເພື່ອເຕືອນບໍ່ໃຫ້ສັງຄົມຫຼົງເຊື່ອໂຄສະນາດັ່ງກ່າວ.

ຫົວໜ້າກົມຕໍາຫຼວດຈະລາຈອນ ຊີ້ໃຫ້ເຫັນວ່າ: ອົງການຂອງລັດທີ່ມີສິດໜ້າທີ່ໃນການຄຸ້ມຄອງຂຶ້ນທະບຽນ, ຜະລິດ, ຕິດ ແລະ ແຈກຢາຍປ້າຍພາຫະນະຂົນສົ່ງທາງບົກຢູ່ໃນ ສປປ ລາວ ມີຄື:

  • ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົງ (ຍທຂ) ເຊິ່ງມີສິດກວດກາຄຸ້ມຄອງສະພາບຂອງປ້າຍ, ຄົ້ນຄວ້າອອກລະບຽບການກ່ຽວກັບການຄຸ້ມຄອງພາຫະນະໃນຂອບເຂດທົ່ງປະເທດ, ອອກທະບຽນນໍາໃຊ້ຢ່າງຖາວອນ, ຊີ້ນໍາຈົດທະບຽນພາຫະນະ ແລະ ຕິດຕາມ, ກວດກາສະພາບການຈັດຕັ້ງປະຕິບັດການຄຸ້ມຄອງຍານພາຫະນະໃນຂອບເຂດທົ່ວປະເທດ ແລະ ສັງລວມຍານພາຫະນະໃນຂອບເຂດທົ່ວປະເທດ.

  • ພະແນກ ຍທຂ ປະຈໍາແຂວງ-ນະຄອນຫຼວງວຽງຈັນ ຈັດຄັ້ງຄຸ້ມຄອງຈົດທະບຽນຍານພາຫະນະພາຍໃນແຂວງ-ນະຄອນຫຼວງວຽງຈັນ ຕາມທະບຽນທີ່ກະຊວງ ຍທຂ ວາງອອກ, ແລະ ເກັບກໍາສະຖິຕິຍານພາຫະນະພາຍໃນແຂວງໃຫ້ກົມຂົນສົ່ງ ກະຊວງ ຍທຂ ຮັບຊາບ.
  • ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ: ຄຸ້ມຄອງຂຶ້ນແຜນຜະລິດ ແລະ ແຈກຢາຍປ້າຍລົດໃຫ້ກອງບັນຊາການ ປກສ ແຂວງ-ນະຄອນຫຼວງວຽງວຽງຈັນ, ຂຶ້ນແຜນຜະລິີດປ້າຍຕາມການສະເໜິຂອງກົມຂົນສົ່ງ ກະຊວງ ຍທຂ, ກວດກາການປອມແປງ ແລະ ການຕິດປ້າຍໃນຂອບເຂດທົ່ວປະເທດ, ຮັບແຈ້ງປ້າຍຕົກເຮ່ຍ, ປ້າຍທົດແທນ ແລະ ປ້າຍເປ່ເພ ໃນນະຄອນຫຼວງ.
  • ກົມຄຸ້ມຄອງທຸລະກິດ ກົມໃຫຍ່ພາລະທິການ ກະຊວງ ປກສ: ຜະລິດປ້າຍລົດຕາມຂໍ້ກໍານົດກ່ຽວກັບມາດຕະຖານເຕັກນິກຕາມການສະເໜິຂອງກົມຂົນສົ່ງ ແລະ ກວດກາການປອມແປງປ້າຍໃນຂອບເຂດທົ່ວປະເທດ.
  • ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ: ຊີ້ນໍາພະແນກຕໍາຫຼວດຈະລາຈອນ ຈັດຕັ້ງຄຸ້ມຄອງພາຫະນະການຂັບຂີ່ ແລະ ຕິດປ້າຍພາຍໃນແຂວງຂອງຕົນ, ເກັບກໍາສະຖິຕິປ້າຍລົດ ແລະ ລາຍງານໃຫ້ກົມຕໍາຫຼວດຈະລາຈອນ ເພື່ອກວດກາຄືນຄວາມຖືກຕ້ອງ ແລະ ກວດກາປອມແປງປ້າຍລົດພາຍໃນແຂວງ ເພື່ອລາຍງານໃຫ້ຂັ້ນເທິງຮັບຮູ້.

  • ກອງຄຸ້ມຄອງພາຫະນະ ພະແນກຕໍາຫຼວດຈະລາຈອນ ປະຈໍາແຂວງ-ນະຄອນຫຼວງ: ເຮັດໜ້າທີ່ຕິດປ້າຍໃຫ້ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້, ຮັບແຈ້ງປ້າຍຕົກເຮ່ຍ, ປ້າຍທົດແທນ ແລະ ປ້າຍເປ່ເພ ພາຍໃນແຂວງ, ເກັບກໍາສະຖຄຕິການເຈັບປ້າຍ, ການຮັບແຈ້ງປ້າຍຕົກເຮ່ຍ, ປ້າຍທົດແທນ ແລະ ປ້າຍເປ່ເພ ເພື່ອລາຍງານໃຫ້ ປກສ ແຂວງ ແລະ ກົມຕໍາຫຼວດຈະລາຈອນ.

ຫົວໜ້າກົມຕໍາຫຼວດຈະລາຈອນ ໃຫ້ຮູ້ຕື່ມວ່າ: ການອອກແຈ້ງການໃນຄັ້ງນີ້ ເພື່ອເຮັດໃຫ້ປະຊາຊົາໄດ້ຮັບຮູ້ ເຂົ້າໃຈເຖິງລະບຽບກົດໝາຍ ທັງເປັນການຕອບໂຕ້ການໂຄສະນາຕົວະຍົວະຫຼອກລວງຂອງພວກຄົນບໍ່ດີໄດ້ຢ່າງທັນການ; ທັງແນໃສ່ເຮັດໃຫ້ການຂຶ້ນທະບຽນ ແລະ ຕິດປ້າຍຍານພາຫະນະໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.  ສະນັ້ນ, ທຸກການໂຄສະນາປ້າຍ, ຮັບເຮັດປ້າຍລົດ, ສ້ອມແປງປ້າຍລົດ ແລະ ຕິດປ້າຍ ທີ່ບໍ່ແມ່ນອົງການຂອງລັດກ່ຽວຂ້ອງຂ້າງເທິງນັ້ນ ຖືວ່າການໂຄສະນາບໍ່ໍຖືກຕ້ອງຕາມລະບຽບກົດໝາຍ ແລະ ຫ້າມພໍ່ແມ່ປະຊາຊົນຫຼົງເຊື່ອຢ່າງເດັດຂາດ ເພາະອາດຖືກຕົວະຍົວະຫຼອກລວງເຮັດໃຫ້ເສຍເງິນຄໍາ ແລະ ເວລາ.