ຢູ່ປະເທດລາວເຮົາ ມີໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍ ຈໍານວນຫຼວງຫຼາຍ;  ເຊິ່ງບັນດາໂຮງງານເຫຼົ່ານັ້ນສ່ວນໃຫຍ່ຈະບໍ່ມີວັດຖຸດິບ ຫຼື ໄມ້ຮອງຮັບ ເພື່ອທໍາການຜະລິດຢ່າງພຽງພໍ. ຈໍາເປັນຕ້ອງອາໄສຊອກຊື້ໄມ້ຈາກປະຊາຊົນທີ່ລັກລອບຂຶ້ນໄປຕັດໄມ້ຕາມປ່າ ແລະ ພູ; ເຮັດໃຫ້ການລັກລອບຕັດໄມ້ຂອງປະຊາຊົນຢູ່ເຂດຊົນນະບົດຍັງແຜ່ຫຼາຍ.

ດັ່ງທີ່ບັນດາຜູ້ອ່ານຮູ້ນໍາກັນແລ້ວວ່າ, ນາຍົກລັດຖະມົນໄດ້ອອກຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້. ພາຍຫຼັງມີຄໍາສັ່ງດັ່ງກ່າວ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ຂຸ້ນຂ້ຽວຈັດຕັ້ງປະຕິບັດ ແລະ ສາມາດແກ້ໄຂບັນດາບໍລິສັດ ແລະ ສ່ວນບຸກຄົນເຄື່ອນໄຫວຕັດໄມ້ທີ່ບໍ່ຖືກຕ້ອງ ແລະ ບໍ່ໄດ້ຮັບອະນຸຍາດ.

ອີງຕາມການລາຍງານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໜສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 5 ມິຖຸນາ 2018 ວ່າ: ລັດຖະບານໄດ້ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ. ມາຮອດປັດຈຸບັນ, ສາມາດດັດສົມ ແລະ ຍຸບເລີກ ຫຼື ປິດໂຮງງານຜະລິດປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍ ໄດ້ທັງໝົດ 1.545 ຫົວໜ່ວຍ ຈາກຈໍານວນທັງໝົດ 2.857 ຫົວໜ່ວຍ. ໃນຈໍານວນ 1.545 ຫົວໜ່ວຍມີໂຮງງານທີ່ຕັ້ງຢູ່ໃນ ແລະ ໃກ້ກັບ 3 ປະເພດປ່າ ຈໍານວນ 27 ໂຮງງານ, ມີໂຮງງານອຸດສາຫະກໍາປຸງແຕ່ງໄມ້ 328 ໂຮງງານ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ 1.190 ຫົວໜ່ວຍທີ່ບໍ່ຄົບມາດຖານໃນການເປີດໂຮງງານ.

ພ້ອມນີ້, ຍັງສາມາດກວດພົບເຫັນຜູ້ກະທໍາຜິດລະບຽບຕ່າງໆ 631 ກໍລະນີ ລວມທັງໝົດ 702 ຄົນ. ໃນນີ້, ເປັນພະນັກງານລັດ 421 ຄົນ, ຜູ້ປະກອບການ 59 ຄົນ, ປະຊາຊົນ 222 ຄົນ ເຊິ່ງລັດຖະບານ ໄດ້ມີການປັບໄໝ ແລະ ລົງໂທດຜູ້ກະທໍາຜິດຕາມກົດໝາຍ ແລະ ລະບຽບການ.

ນອກຈາກນີ້, ທ່ານ ເບີລິນ ເພັດຈັນທະລາດ ຫົວໜ້າພະແນກອຸສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຍັງໄດ້ກ່າວ ຕໍ່ກອງປະຊຸມຫາລືຜົນການກວດກາ ແລະ ການດັດສົມໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ້ ໃນນະຄອນຫຼວງວຽງຈັນ ເມື່ອກາງເດືອນມິຖຸນາ 2018 ວ່າ: ຫຼັງຈາກລົງກວດກາຕົວຈິງທົ່ວນະຄອນຫຼວງວຽງຈັນ, ມີໂຮງງານຜະລິດປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ທັງໝົດ 162 ຫົວໜ່ວຍ. ຜ່ານການກວດກາ ແລະ ພິຈາລະນາຂັ້ນນະຄອນຫຼວງວຽງຈັນ ເຫັນດີໃຫ້ສືບຕໍ່ 32 ຫົວໜ່ວຍ, ໃຫ້ປັບປຸງຄືນໃໝ່ 83 ຫົວໜ່ວຍ, ຍົກຍ້າຍ 14 ຫົວໜ່ວຍ ແລະ ໃຫ້ຢຸດເຊົາ ຫຼື ຍຸບເລີກ 33 ຫົວໜ່ວຍ ເຊິ່ງເປັນໂຮງງານຂະໜາດໃຫຍ່ 5 ຫົວໜ່ວຍ, ກາງ 12 ຫົວໜ່ວຍ ແລະ ຂະໜາດນ້ອຍ 16 ຫົວໜ່ວຍ.

ໃນຈໍານວນໂຮງງານທີ່ໃຫ້ຢຸດເຊົານັ້ນ, ມີມູນຄ່າການລົງທຶນທັງໝົດ 170.918.153.000 ກີບ, ມີແຮງມ້າເຄື່ອງຈັກການຜະລິດເທົ່າກັບ 3.187 ແຮງມ້າ ແລະ ມີກໍາມະກອນທັງໝົດ 310 ຄົນ ຍິງ 62 ຄົນ.

ບັນດາໂຮງງານດັ່ງກ່າວຕັ້ງຢູ່ ເມືອງໄຊທານີ 7 ແຫ່ງ, ສີໂຄດຕະບອງ 6 ແຫ່ງ, ປາກງື່ມ, ຈັນທະບູລີ ແລະ ໄຊເສດຖາເມືອງລະ 4 ແຫ່ງ, ສັງທອງ 2 ແຫ່ງ ແລະ ຫາດຊາຍຟອງ 1 ແຫ່ງ.

ສາເຫດທີ່ພາໃຫບັນດາໂຮງງານດັ່ງກ່າວຖືກຢຸດເຊົາ ແມ່ນມາຈາກການເປີດໃກ້ກັບປ່າສະຫງວນ, ອາຄານການຜະລິດຊຸດໂຊມ, ມີການປຸກສ້າງທີ່ຢູ່ອາໄສຂອງປະຊາຊົນໃກ້ກັບໂຮງງານຫຼາຍຂຶ້ນ ເຮັດໃຫ້ເນື້ອທີ່ຄັບແຄບ, ມີຄວາມແອອັດ, ການຜະລິດມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຜູ້ຢູ່ໃກ້ຄຽງ. ໂຮງງານຈໍານວນໜຶ່ງມີການຈັດຕັ້ງຄຸ້ມຄອງບໍລິຫານບໍ່ໄດ້ດີ ຈະຫັນໄປເຮັດທຸລະກິດອື່ນ, ໂຮງງານຈໍານວນໜຶ່ງຂາດວັດຖຸດິບໃນການຜະລິດ ແລະ ບໍ່ປັບປຸງໂຮງງານ, ບໍ່ມີຄວາມປອດໄພ, ຂາດສຸຂະອະນາໄມ. ຍິ່ງໄປກວ່ານັ້ນ, ການດໍາເນີນກິດຈະການໂຮງງານບໍ່ຖືກຕ້ອງ ໂດຍອອກຊື່ຄົນລາວ ແຕ່ການຜະລິດຕົວຈິງແມ່ນໃຫ້ຕ່າງປະເທດເປັນຜູ້ດໍາເນີນການຜະລິດ.

ເຖິງວ່າມີການຍຸບເລີກໂຮງງານປຸງແຕ່ງໄມ້ທີ່ບໍ່ຖືກຕ້ອງເປັນຈໍານວນຫຼວງຫຼາຍ, ແຕ່ຍັງເຫັນໄດ້ວ່າ ມີປະຊາຊົນຈໍານວນບໍ່ໜ້ອຍທີ່ອາໄສຢູ່ເຂດຊົນນະບົດລັກລອບເຂົ້າໄປຕັດໄມ້ຢູ່ໃນປ່າ ແລະ ພູ ເພື່ອນໍາມາຂາຍໃຫ້ແກ່ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ້ ທີ່ຕ້ອງການໄມ້ ເພື່ອທໍາການຜະລິດ. ເມື່ອມີການລັກລອບຕັດໄມ້ຄືແນວນີ້, ເປົ້າໝາຍຂອງລັດຖະບານກ່ຽວກັບການປູກໄມ້ໃຫ້ເປັນປ່າ ເພື່ອເພີ່ມຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ໃນປີ 2020 ອາດບໍ່ບັນລຸຕາມຄາດໝາຍ ຖ້າບໍ່ມີມາດຕະການຕໍ່ຜູ້ລະເມີດຢ່າງເອົາຈິງເອົາຈັງ.

ອີງຕາມການສອບຖາມປະຊາຊົນຫຼາຍຄົນຢູ່ເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ເຄີຍເຂົ້າໄປລັກລອບຕັດໄມ້ຢູ່ໃນປ່າ ແລະ ພູ,  ພວກເຂົາເວົ້າວ່າ: ການທີ່ຂຶ້ນໄປຕັດໄມ້ກໍຍ້ອນມີໂຮງງານຜະລິດໄມ້ ແລະ ພໍ່ຄ້າມາເລາະຊື້ຢູ່ຕາມບ້ານໂດຍໃຫ້ລາຄາສູງພໍສົມຄວນ ເຊິ່ງສາມາດສ້າງລາຍຮັບໄດ້ດີກວ່າການເປັນກໍາມະກອນກໍ່ສ້າງເຖິງ 2 ທົບ. ໄມ້ທີ່ໂຮງງານຮັບຊື້ປະກອບມີຫຼາຍຊະນິດ ແລະ ລາຄາກໍຈະສູງຕໍ່າແຕກຕ່າງກັນໄປ ເຊັ່ນ: ໄມ້ຂະຍຸງ, ໄມ້ດູ, ໄມ້ແຕ້, ໄມ້ບົກ, ໄມ້ສະຝາກ, ໄມ້ແຄນ, ໄມ້ແດງ.

“ດຽວນີ້, ຕົ້ນໄມ້ໃຫຍ່ຢູ່ເຂດລຽບພູຢູ່ບໍລິເວນເມືອງສັງທອງແມ່ນໝົດແລ້ວ, ມີພຽງແຕ່ຢູ່ພູໜ່ວຍທີ 2-3 ຂອບເຂດແຂວງວຽງຈັນທີ່ຍັງມີໄມ້ໃຫຍ່ເຫຼືອຢູ່ພໍໃຫ້ຕັດມາຂາຍໄດ້”, ຜູ້ທີ່ເຄີຍລັກລອບເຂົ້າໄປຕັດໄມ້ ເວົ້າ.

ອາດເວົ້າໄດ້ວ່າບັນຫາລັກລອບຕັດໄມ້ຂອງປະຊາຊົນຢູ່ເຂດຊົນນະບົດຍັງແກ້ໄຂບໍ່ຂາດຕົກ ຍ້ອນວ່າຍັງມີໂຮງງານບາງແຫ່ງຍັງສືບຕໍ່ເຄື່ອນໄຫວຊື້ໄມ້ນໍາປະຊາຊົນ ເຊິ່ງເປັນການຊຸກຍູ້ສົ່ງເສີມການກະທໍາທີ່ຜິດຕໍ່ລະບຽບກົດໝາຍ.  ສະນັ້ນ, ເພື່ອເຮັດໃຫ້ບັນຫາການຕັດໄມ້ແບບຊະຊາຍຫຼຸດລົງ, ພາກສ່ວນທີ່ກ່ຽວຂ້ອງຕ້ອງສືບຕໍ່ ແລະ ເຂັ້ມງວດໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ, ນໍາ ໃຊ້ມາດຕະການເດັດຂາດຕໍ່ຜູ້ຮັບຊື້ ແລະ ບັນດາໂຮງງານຜະລິດປຸງແຕ່ງໄມ້ທີ່ບໍ່ມີວັດຖຸດິບຮອງຮັບ; ພ້ອມທັງໃຫ້ຄໍາແນະນໍາກ່ຽວກັບກົດລະບຽບ ແລະ ມາດຕະການປັບໄໝ ຕໍ່ປະຊາຊົນທີ່ລັກລອບຕັດໄມ້ຢູ່ເຂດຊົນນະບົດໃນຂອບເຂດທົ່ວປະເທດ ເພື່ອບໍ່ໃຫ້ເຂົາເຈົ້າກັບຄືນໄປຕັດໄມ້ມາຂາຍອີກ ແລະ ຮູ້ໄດ້ຜົນກະທົບຂອງການຕັດໄມ້ທໍາລາຍປ່າ.