ບັນດາພະນັກງານກົມກອງອ້ອມຂ້າງກົມໃຫຍ່ການເມືອງ (ກົມ 501) ກະຊວງ ປກສ ນໍາໂດຍ ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ໄດ້ເຂົ້າວາງກະຕ່າດອກຕໍ່ໜ້າຮູບປັ້ນ ແລະ ຢ້ຽມຊົມອານຸສອນສະຖານປະທານ ສຸພານຸວົງ ໃນວັນທີ 18 ກໍລະກົດ 2018 ເນື່ອງໃນວັນຄ້າຍວັນເກີດຂອງທ່ານ ຄົບຮອບ 109 ປີ (13 ກໍລະກົດ 1909-13 ກໍລະກົດ 2018).

ພັອ ນາງ ວິໄລທອງ ມັງໜໍ່ເມກ ກ່າວວ່າ: ການນຳພາຄະນະພັກ-ຄະນະກົມ, ພະນັກງານ-ນັກຮົບກົມກອງອ້ອມຂ້າງກົມ 501 ມາວາງກະຕ່າດອກໄມ້ ແລະ ຢ້ຽມຊົມອະນຸສອນສະຖານຄັ້ງນີ້ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ສະລະຊີວິດເຂົ້າໃນພາລະກິດປົດປ່ອຍຊາດຈົນຍາດໄດ້ໄຊຊະນະມາສູ່ປະເທດຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ, ຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ແລະ ສາມາດສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ໃນການຢ້ຽມຊົມຄັ້ງນີ້, ຄະນະພັກ-ຄະນະກົມ ແລະ ພະນັກງານ-ນັກຮົບ ໄດ້ຍ່າງທ່ຽວຊົມເຄື່ອງໃຊ້, ອຸປະກອນຮັບໃຊ້ ແລະ ຮູບພາບທີ່ສຳຄັນຕ່າງໆຂອງປະທານ ສຸພານຸວົງ ເພື່ອເຮັດໃຫ້ສະມາຊິກຫຼັກແຫຼ່ງໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນເອົາມູນເຊື້ອອັນດີງາມຂອງເພີ່ນ ແລະ ນຳໄປຜັນຂະຫຍາຍເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສໍາເລັດ.