ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະພັກກອງບັນຊາການ ປກສ ແຂວງ ໃນວັນທີ 11 ກໍລະກົດ 2018, ໂດຍການເປັນປະທານຂອງ ພັທ ສີເວີນ ແກ້ວສີວົງສາ ຮອງເລຂາຄະນະພັກ ຮອງກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານທີ່ຂຶ້ນກັບຄະນະພັກກອງບັນຊາການເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ສີເວີນ ແກ້ວສີວົງສາ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ.

ຈາກນັ້ນ, ພັທ ບຸນຍົງ ແກ້ວສຸດທິຈັກ ຄະນະພັກ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກອງບັນຊາການ ປກສ ແຂວງ ສະບັບເລກທີ 25/ຄພ.ປກສຂ, ລົງວັນທີ 11 ກໍລະກົດ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະພັກກອງບັນຊາການ ປກສ ແຂວງ; ເຊິ່ງໄດ້ມີມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ອະນຸກຳມະການດ້ານຕ່າງໆ ຄື: ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມໃນການຈັດຕັ້ງດຳເນີນກອງປະຊຸມ, ແຕ່ງຕັ້ງອະນຸກຳມະການຮັບຜິດຊອບກະກຽມເນື້ອໃນ ແລະ ບຸກຄະລາກອນ, ອະນຸກໍາມະການພິທີການ, ອະນາໄມ ແລະ ຮັບແຂກ, ອະນຸກຳມະການເສດຖະກິດ ແລະ ອະນຸກຳມະການປ້ອງກັນກອງປະຊຸມ.

ພັທ ສີເວີນ ແກ້ວສີວົງສາ ໄດ້ໂອ້ລົມຕໍ່ພະນັກງານຂັ້ນນຳ-ບັນຊາ ໃນການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງຄະນະພັກກອງບັນຊາການ ໃນການກະກຽມກອງປະຊຸມຂັ້ນໜ່ວຍພັກ, ຂັ້ນຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ຂອງຄະນະພັກກອງບັນຊາການ ຄັ້ງທີ VII ຈະຈັດຂຶ້ນໃນມໍ່ໆນີ້. ສະນັ້ນ, ພະນັກງານຂັ້ນນຳ-ບັນຊາ ຕ້ອງໄດ້ເອົາໃຈໃສ່ເຮັດໃຫ້ວຽກງານການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ໄດ້ຕາມເງື່ອນໄຂ, ມາດຖານທີ່ຂັ້ນເທິງກໍານົດໄວ້.