ພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ  ນະຄອນຫຼວງວຽງຈັນ ໄດ້ລົງໂຄສະນາວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ຕະຫຼາດໄຮຄໍາຂາຍຍົກ-ຂາຍຍ່ອຍ ຢູ່ເມືອງໄຊເສດຖາ ໃນວັນທີ 16 ກໍລະກົດ 2018 ເພື່ອແນະນໍາວິທີການປ້ອງກັນອັກຄີໄຟຂັ້ນເບື້ອງຕົ້ນ ໃນເວລາເກີດອັກຄີໄຟ.   ໂດຍການເຂົ້າຮ່ວມຂອງທ່ານ ນາງ ສຸດທິດາ ປຣີຊາຍານ ຜູ້ອໍານວນການຕະຫຼາດໄຮຄໍາຂາຍຍົກ-ຂາຍຍ່ອຍ, ມີບັນດາພະນັກງານຈັດສັນຕະຫຼາດຕະຫຼອດຮອດພໍຄ້າ-ແມ່ຄ້າ ພາຍໃນຕະຫຼາດເຂົ້າຮ່ວມ.

ຮອ ບຸນມີ ແສງອາລຸນ ວິຊາການໂຄສະນາ ພະແນກການສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຂຶ່ນແນະນໍາສະດີກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ການນໍາໃຊ້ບັງດັບເພີງ ແລະ ວິທີເອົາຕົວຫຼອດຈາກເຫດການໄຟໄໝ່ ໂດຍການອະທີບາຍ ແລະ ສາຍພາບເຫດການໄຟໄໝ່ໃນເກີດຂຶ່ນຜ່ານມາ, ເພື່ອໃຫ້ເປັນອຸທະຫຼອນເຕື່ອນໃຈ.

ຫຼັ່ງຈາກນັ້ນ, ກໍໄດ້ລົງສາຍທິດເຫດການຕົວຈິ່ງ ເຊັ່ນ: ການມອດໄຟໄໝ້ ຈາກຖັງແກັດດ້ວຍມືເປົາ, ການນໍາໃຊ້ຜ້າຈຸບນໍ້າມອດໄຟ ແລະ ການໃຊ້ບັງດັບເພິງ; ການໃຊ້ຖັງແກັດດັບໄຟໄໝ່ນໍ້າມັນ ເພື່ອເຮັດໃຫ້ພະນັກງານ ແລະ ປະຊາຊົນທີ່ຄ້າຊາຍຢູ່ຕະຫຼາດດັ່ງກ່າວ ໃຫ້ມີຄວາມຮູ້ຄວາມສາມາດໃນການດັບໄຟຂັ້ນເບື້ອງຕົ້ນ ເມື່ອເກີດເຫດ ແລະ ຮູ້ວິທີເອົາຕົວຫຼອດຈາກເຫດການໄຟໄໝ່.