ໃນໄລຍະແມ່ຖືພາ ຖ້າຫາກແມ່ຖືພາ   ມີແນວໂນ້ມນ້ຳໜັກຂຶ້ນໜ້ອຍກວ່າເກນປົກກະຕິ ແມ່ຈຳເປັນຕ້ອງສົ່ງເສີມໂພຊະນາການເພື່ອໃຫ້ນ້ຳໜັກຕົວເພີ່ມຂຶ້ນຢ່າງສົມດຸນ ເພາະສຸຂະພາບ ແລະ ພັດທະນາການຂອງລູກນ້ອຍໃນທ້ອງນັ້ນ ຂຶ້ນກັບນ້ຳໜັກຂອງແມ່ທີ່ເພີ່ມຂຶ້ນຈາກໂພຊະນາການທີ່ດີ ຖ້າຫາກມີນ້ຳໜັກທັງກ່ອນ ແລະ ລະຫວ່າງຖືພາໜ້ອຍ ຈະມີຜົນຕໍ່ນ້ຳໜັກທຳອິດຕອນເກີດຂອງລູກນ້ອຍ, ມີຄວາມສ່ຽງຫຼາຍຂຶ້ນທີ່ຈະເກີດກ່ອນກຳນົດ ແລະ ມີໂອກາດທີ່ລູກນ້ອຍເກີດມາຈະມີນ້ຳໜັກໜ້ອຍໄປນຳ ໂດຍປົກກະຕິແລ້ວຕັ້ງແຕ່ກ່ອນຖືພາໄປຈົນຮອດກ່ອນເກີດ ແມ່ຄວນມີນຳໜັກເພີ້ມຂຶ້ນປະມານ 10-12 ກິໂລ ບໍ່ຄວນໜ້ອຍກວ່າ 7 ກິໂລ ແລະ ບໍ່ຄວນຫຼາຍກວ່າ 13 ກິໂລ, ເຊິ່ງກໍຂຶ້ນຢູ່ກັບສັດສ່ວນຂອງນ້ຳໜັກ ແລະ ສ່ວນສູງກ່ອນຖືພາ.

ແນວໃດກໍຕາມ, ການເບິ່ງແຍງໂພຊະນາການທີ່ດີຈະຊ່ວຍປ້ອງກັນບັນຫານ້ຳໜັກຕົວໜ້ອຍລະຫວ່າງຖືພາໄດ້ ໂດຍໃນໄຕມາດທຳອິດ ແມ່ອາດຈະແພ້ທ້ອງ, ນໍ້າໜັກຕົວອາດຫຼຸດລົງ ຫຼື ເພີ່ມຂຶ້ນບໍ່ຫຼາຍປານໃດ ໃຫ້ເນັ້ນອາຫານທີ່ຫຼາກຫຼາຍເພື່ອໃຫ້ໄດ້ສານອາຫານຄົບ 5 ໝູ່ ລວມທັງເຂົ້າ, ແປ້ງ, ໂປຣຕີນ, ໄຂມັນ ແລະ ວິຕາມິນ ເມື່ອເຂົ້າໄຕມາດທີ່ 2 ແມ່ຈະເລີ່ມກິນອາຫານໄດ້ຫຼາຍຂຶ້ນ ພ້ອມທັງເປັນໄລຍະທີ່ລູກນ້ອຍກໍາລັງສ້າງຄວາມສົມບູນຂອງອະໄວຍະວະຕ່າງໆຂອງຮ່າງກາຍ, ເຊິ່ງສານອາຫານຈະໄປຊ່ວຍເພີ່ມຂະໜາດຂອງອະໄວຍະວະຂອງເດັກນ້ອຍ ໃຫ້ຈະເລີນເຕີບໂຕ ຈຶ່ງຄວນໄດ້ຮັບສານອາຫານຢ່າງຄົບຖ້ວນ ແລະ ມີການເສີມທາດເຫຼັກ ແລະ ວິຕາມິນຕ່າງໆ ລວມເຖິງແຄວຊຽມຢ່າງພຽງພໍ ແລະ ໃນໄຕມາດສຸດທ້າຍ ກໍຍັງຄົງຕ້ອງການສານອາຫານຄົບຖ້ວນທຸກໝູ່ ໂດຍສະເພາະພະລັງງານທີ່ມີຄວາມຕ້ອງການເພີ່ມຂຶ້ນ 200-300 ກິໂລແຄລລໍຣີຕໍ່ມື້ ເພີ່ມຄວາມພ້ອມໃນການຖືພາຢ່າງມີຄຸນນະພາບ ແມ່ຄວນເບິ່ງແຍງເລື່ອງນ້ຳໜັກຕົວຕັ້ງແຕ່ກ່ອນຖືພາຈົນເຖິງເກີດ ໂດຍຮັກສາສົມດຸນນ້ຳໜັກໃຫ້ເພີ່ມຂຶ້ນຢ່າງເໝາະສົມ.