ໃນອາທິດຜ່ານມາ, ຫ້ອງການເມືອງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ນຳເອົາປຶ້ມນະຄອນຫຼວງວຽງຈັນ 450 ປີ ຈໍານວນ 14 ເຫຼັ້ມ ໄປມອບໃຫ້ ວິທະຍາຄານປ້ອງກັນຄວາມສະຫງົບ (ວປສ) ແຫ່ງຊາດ ເພື່ອໃຫ້ນັກສຶກສາໄດ້ສຶກສາຄົ້ນຄວ້າປະຫວັດ, ມູນເຊື້ອ ແລະ ຄວາມເປັນມາຂອງນະຄອນຫຼວງວຽງຈັນ, ໃຫ້ກຽດກ່າວຮັບໂດຍ ພັອ ປອ ວັນສົມ ສີສົມບັດ ຮອງອໍານວຍການ ວປສ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ພັທ ຈໍາປາ ແສງສຸລິຍາ ກ່າວວ່າ: ປຶ້ມທີ່ນໍາມາມອບໃນຄັ້ງນີ້, ມີທັງໝົດ 14 ເຫຼັ້ມ ເຊິ່ງເນື້ອໃນປະກອບມີ 5 ພາກ ຄື: ພາກທີ 1. ປະຫວັດສາດປະເທດລາວໂດຍຫຍໍ້ ແລະ ຄວາມເປັນມາຂອງຊື່ສຽງເມືອງວຽງຈັນ; ພາກທີ 2. ນະຄອນຫຼວງວຽງຈັນ ໃຕ້ການຢຶດຄອງຂອງສັກດິນາສະຫຍາມ (ໄລຍະປີ 1779-1893); ພາກທີ 3. ນະຄອນຫຼວງວຽງຈັນ ພ້ອມກັບປະຊາຊົນລາວຝັ່ງຊ້າຍຂອງແມ່ນໍ້າຂອງຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ (ແຕ່ປີ 1893-1954); ພາກທີ 4. ຊາວນະຄອນຫຼວງວຽງຈັນ ພ້ອມກັບປະຊາຊົນລາວທົ່ວປະເທດ ຕໍ່ສູ້ຕ້ານລັດທິລາເມືອງຂຶ້ນແບບໃໝ່ຂອງຈັກກະພັດອາເມລິກາ ແລະ ລັດຖະບານຫຸ່ນຂາຍຊາດ (ແຕ່ປີ 1954-1975) ແລະ ພາກທີ 5. ນະຄອນຫຼວງວຽງຈັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ (1975-2010). ທັງນີ້, ກໍເພື່ອນໍາໄປປະກອບເຂົ້າໃນການຮຽນ-ການສອນໃຫ້ຄູ-ອາຈານ ແລະ ນັກສຶກສາຮຸ່ນຕໍ່ໆໄປ ພ້ອມທັງເປັນການສຶກສາອົບຮົມການເມືອງ-ແນວຄິດຕໍ່ກົນອຸບາຍຂອງພວກສັດຕູໃຫ້ນັບມື້ນັບເຂັ້ມແຂງເທື່ອລະກ້າວ.

ພ້ອມນີ້, ພັອ ປອ ວັນສົມ ສີສົມບັດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຫ້ອງການເມືອງ ປກສ ນະຄອນຫຼວງວຽງຈັນ ທີ່ນໍາປຶ້ມຈໍານວນດັ່ງກ່າວມາມອບໃຫ້ແກ່ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ຈະນໍາເອົາໄປໝູນໃຊ້ເຂົ້າໃນການຮຽນ-ການສອນໃຫ້ເກີດຜົນປະໂຫຍດສູງສຸດ.