ກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ ແລະ ອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ, ທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ຝ່າຍລາວນໍາໂດຍ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ຝ່າຍ ສສ ຫວຽດນາມ ນໍາໂດຍ ພົຈວ ຮວ່າງກວາງເຫືອງ ຫົວໜ້າອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມທັງສອງຝ່າຍ ໄດ້ຂຶ້ນລາຍງານສະພາບທີ່ຕັ້ງຈຸດພິເສດ ແລະ ການເຄື່ອນໄຫວວຽກງານດ້ານຕ່າງໆໃຫ້ກັນຮັບຮູ້ ເປັນຕົ້ນແມ່ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພທໍາລາຍຄວາມສະຫງົບຂອງສອງປະເທດ ກໍຄືສອງກໍາລັງ ເຊິ່ງວຽກງານພົວພັນຮ່ວມມືປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ໃນໄລຍະຜ່ານມາ, ທັງສອງກໍາລັງ ປກສ ລາວ-ຫວຽດນາມ ໄດ້ປະສານສົມທົບກັນຮ່ວມມືແກ້ໄຂສະພາບການຕ່າງໆ ເປັນຕົ້ນບັນຫາການໂຍກຍ້າຍຕັ້ງພູມລໍາເນົາທີ່ບໍ່ຖືກຕ້ອງຂອງປະຊາຊົນ, ການລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ການແຕ່ງດອງຂອງປະຊາຊົນທັງສອງປະເທດທີ່ບໍ່ຖືກຕ້ອງ ແລະ ສະພາບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນເຊັ່ນ: ການກໍ່ອາຊະຍາກໍາ, ຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍສິນຄ້າເຖື່ອນ, ການຄ້າມະນຸດ ແລະອື່ນໆ. ໃນໄລຍະ 1 ປີຜ່ານມາ, ປກສ ແຂວງບໍລິຄໍາໄຊ ໄດ້ສົມທົບກັບເຈົ້າໜ້າທີ່ທະຫານຊາຍແດນແຂວງຮ່າຕິ່ງ ສສ ຫວຽດນາມ ມ້າງລາຍຄະດີຄ້າ-ຂາຍຢາເສບຕິດລາຍໃຫຍ່ໄດ້ 2 ເລື່ອງ, ຢຶດຂອງກາງກັນຊາໄດ້ 1.028 ກິໂລກຼາມ, ຢາບ້າຈໍານວນ 60 ມັດ ເທົ່າກັບ 120.000 ເມັດ, ເຮໂຣອິນ 40 ແທ່ງ, ຈັບຜູ້ຖືກຫາໄດ້ 7 ຄົນ, ປະສານສົມທົບຮ່ວມກັບພາກສ່ວນທີ່ກ່ຽວຂ້ອງມອບ-ສົ່ງປະຊາຊົນເຜົ່າມົ້ງຫວຽດນາມ ກັບຄືນປະເທດມີ 1 ຄອບຄົວ ຈໍານວນ 6 ຄົນ ຍິງ 2 ຄົນ.

ໃນກອງປະຊຸມພົບປະແລກປ່ຽນບົດຮຽນຄັ້ງນີ້, ທັງສອງຝ່າຍຈະໄດ້ສືບຕໍ່ແລກປ່ຽນຖອດຖອນບົດຮຽນຮ່ວມກັນກ່ຽວກັບ ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ແລະ ຄວາມສະຫງົບໃນສັງຄົມຂອງສອງປະເທດ, ເພີ່ມທະວີສາຍພົວພັນຮ່ວມມືກັນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ປະສານສົມທົບໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນຢ່າງເປັນປົກກະຕິ ເພື່ອເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງທັງສອງປະເທດ ໄດ້ຮັບການພັດທະນາກ້າວຂຶ້ນໄປເລື້ອຍໆ.