ໂຄງການກໍ່ສ້າງຫ້ອງຫານກອງບັນຊາການ ປກສ ເມືອງພີນ ແຂວງສະຫວັນນະເຂດ ຖືກປະມູນກໍ່ສ້າງໃນມູນຄ່າ 11.261.732.251 ກວ່າກີບ ໂດຍແມ່ນ ບໍລິສັດ ສອນກໍ່ສ້າງ-ສ້ອມແປງເຄຫາສະຖານ ຈໍາກັດ ໃນທ້າຍອາທິດຜ່ານມາ, ມີ ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ ກະຊວງ ປກສ, ພ້ອມດ້ວຍ ພັທ ຈັນທາ ແສນສຸລິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ພັອ ທອງສຸກ ຢາເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວວ່າ: ໂຄງການກໍ່ສ້າງຫ້ອງການກອງບັນຊາການ ປກສ ເມືອງພີມ ມີຄວາມກວ້າງ 28 ແມັດ x 49 ແມັດ, ເປັນອາຄານສອງຊັ້ນ, ມີຫ້ອງການເຮັດວຽກທັງໝົດ 21 ຫ້ອງ, ຫ້ອງປະຊຸມ 2 ຫ້ອງ ແລະ ຫ້ອງນໍ້າ 5 ຫ້ອງ; ການກໍ່ສ້າງແມ່ນອີງຕາມການແຈ້ງການຂອງກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເລກທີ 152/ກພລ, ລົງວັນທີ 25 ມັງກອນ 2018 ກ່ຽວກັບແຈ້ງຕົວເລກອະນຸມັດແຜນການລົງທຶນຂອງລັດ ປະຈຳປີ 2018 ຂອງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ກອງປະຊຸມເປີດຊອງການປະມູນໂຄງການກໍ່ສ້າງຄັ້ງນີ້ ເພື່ອໃຫ້ຖືກຕ້ອງຕາມລະບຽບຫຼັກການ. ໂດຍມີ 3 ບໍລິສັດ ເຂົ້າຮ່ວມເປີດຊອງປະມູນ ລວມມີ ບໍລິສັດສອນ ກໍ່ສ້າງ-ສ້ອມແປງເຄຫະສະຖານ ຈຳກັດ, ບໍລິສັດ ພອນປະເສີດ ກໍ່ສ້າງເຄຫະສະຖານ ຈຳກັດ ແລະ ບໍລິສັດ ເພັດທິດາ ກໍ່ສ້າງຄົບວົງຈອນ ຈຳກັດ, ຜົນການເປີດຊອງປະມູນໂຄງການດັ່ງກ່າວແມ່ນ ບໍລິສັດ ສອນກໍ່ສ້າງ-ສ້ອມແປງເຄຫະສະຖານ ຈຳກັດ ເປັນຜູ້ໄດ້ຮັບເໝົາໂຄງການດັ່ງກ່າວ.