ໃນຕົ້ນປີ 2018 (ເດືອນ 1-3) ຄະນະຮັບຜິດຊອບກວດກາຄວາມສະອາດຂອງພະແນກສາທາລະນະສຸກ ນະຄອນ ຫຼວງວຽງຈັນ ໄດ້ລົງກວດກາໂຮງງານຜະລິດນໍ້າດື່ມ ຢູ່ນະຄອນຫຼວງວຽງຈັນ ຈໍານວນ 222 ແຫ່ງ; ກວດພົບໂຮງງານທີ່ຜະລິດນໍ້າດື່ມບໍ່ໄດ້ມາດຕະຖານຫຼາຍສິບແຫ່ງ ເຮັດໃຫ້ຜູ້ບໍລິໂພກມີຄວາມສ່ຽງທີ່ຈະໄດ້ຮັບສານປົນເປື້ອນເຊື້ອພະຍາດຕ່າງໆຈາກນໍ້າດື່ມທີ່ຜະລິດບໍ່ໄດ້ຄຸນນະພາບ.


ທ່ານ ດຣ ສົມຈີນ ສິງຫາຣາຊ ຫົວໜ້າຂະແໜງອາຫານ ແລະ ຢາ ນະຄອນຫຼວງວຽງຈັນ ກ່າວວ່າ: ໃນຕົ້ນປີ 2018 ພາກສ່ວນທີ່ກ່ຽວຂ້ອງໄດ້ລົງເກັບກໍາສະຖິຕິສະຖານທີ່ໂຮງງານຜະລິດນໍ້າດື່ມໄດ້ ທັງໝົດ 263 ແຫ່ງ; ໃນນັ້ນ, ກົມຮັບຜິດຊອບ 5 ແຫ່ງ ຍັງເຫຼືອ 258 ແຫ່ງ, ປິດຖາວອນ 10 ແຫ່ງ, ບໍ່ພົບເຈົ້າຂອງ 9 ແຫ່ງ, ຍັງບໍ່ທັນໄດ້ຜະລິດ 14 ແຫ່ງ, ປິດຊົ່ວຄາວ 2 ແຫ່ງ, ເຄື່ອງຈັກເພ 1 ແຫ່ງ, ໄດ້ກວດກາຕົວຈິງໄດ້ທັງໝົດ 222 ແຫ່ງ, ຈາກການລົງກວດກາຕົວຈິງ ໂຮງງານທີ່ມີໃບທະບຽນອົງການອາຫານ ແລະ ຢາ (ອຢ) ມີ 198 ແຫ່ງ ແລະ ບໍ່ມີໃບທະບຽນ ອຢ 65 ແຫ່ງ, ໃບທະບຽນ ອຢ ໝົດອາຍຸ 22 ແຫ່ງ, ໃບດໍາເນີນກິດຈະການໝົດອາຍຸ 24 ແຫ່ງ; ບັນຫາທີ່ພົບເຫັນສ່ວນຫຼາຍແມ່ນກໍາມະກອນບໍ່ໄດ້ກວດສຸຂະພາບ 56 ແຫ່ງ ມີຈໍານວນ 296 ຄົນ, ບໍ່ມີຜ້າຢາງບ່ອນປ່ອນຕຸກເຂົ້າ-ອອກ 13 ແຫ່ງ, ບໍ່ມີຫ້ອງປ່ຽນເຄື່ອງ ແລະ ອ່າງລ້າງມື 24 ແຫ່ງ, ຕິດຕັ້ງແສງ UV ຢູ່ຫ້ອງບັນຈຸ 2 ແຫ່ງ, ບໍ່ມີເພດານ ແລະ ປະຕູທາງເຂົ້າຫ້ອງບັນຈຸ 5 ແຫ່ງ, ໂຮງງານນໍ້າດື່ມທີ່ຂາດການອະນາໄມ 11 ແຫ່ງ, ບໍ່ມີໃບດໍາເນີນກິດຈະການໂຮງງານ 5 ແຫ່ງ, ຢູ່ ຫ້ອງເຄື່ອງຈັກ ແລະ ຫ້ອງເກັບຜະລິດຕະພັນມີນໍ້າຂັງ 2 ແຫ່ງ, ເວລາຜະລິດກໍາມະກອນບໍ່ໃສ່ຊຸດກັນເປື້ອນ 30 ແຫ່ງ, ສິ່ງແວດລ້ອມອ້ອມຂ້າງເປື້ອນ ມີ 3 ແຫ່ງ ແລະ ບັນຫາອື່ນໆອີກຈໍານວນໜຶ່ງ.


ຜ່ານມາ, ພະແນກສາທາລະນະສຸກ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ນວ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງກວດພົບໂຮງງານຜະລິດນໍ້າດື່ມບໍ່ໄດ້ມາດຖານ ຈໍານວນ 68 ແຫ່ງ ພ້ອມທັງເຮັດບົດບັນທຶກ ເພື່ອໃຫ້ໂຮງງານເຫຼົ່ານີ້ປ່ຽນແປງຕາມກໍານົດເວລາ, ຜ່ານການຈັດຕັ້ງປະຕິບັດຂອງບັນດາໂຮງງານມີໂຮງງານທີ່ສາມາດປ່ຽນແປງການຜະລິດໃຫ້ໄດ້ມາດຕະຖານ ທັງໝົດ 39 ແຫ່ງ, ປະຕິບັດບໍ່ໄດ້ 29 ແຫ່ງ. ຕໍ່ກັບບັນຫາດັ່ງກ່າວນີ້, ໄດ້ລົງແກ້ໄຂໂຮງງານຜະລິດນໍ້າດື່ມຄືນໃໝ່ ຈໍານວນ 60 ແຫ່ງ ໃນ 9 ຕົວເມືອງ; ໃນນັ້ນ, ໂຮງງານທີ່ບໍ່ປະຕິບັດຕາມລະບຽບ ແລະ ສັ່ງປິດ ຈໍານວນ 6 ແຫ່ງ ຄື: ໂຮງງານນໍ້າດື່ມບໍລິສຸດ ກາກະທິງທອງ ບ້ານຮ່ອງແກ ເມືອງໄຊເສດຖາ, ໂຮງງານນໍ້າດື່ມສາຍ ພູຫຼວງ ບ້ານໂນນສະຫວ່າງ ເມືອງໄຊເສດຖາ, ໂຮງງານນໍ້າດື່ມ ຝົນສະຫວັນທິບ ບ້ານລາດຄວາຍ ເມືອງໄຊທານີ, ໂຮງງານນໍ້າດື່ມ ສະຫວັນທິບ ບ້ານໂພສີ ເມືອງສີໂຄດຕະບອງ, ໂຮງງານນໍ້າດື່ມ ກາຊ້າງຄູ້ ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ແລະ ໂຮງງານນໍ້າດື່ມ ບໍລິສຸດກວາງທອງ ບ້ານນາໄຫ ເມືອງໄຊເສດຖາ ທັງໝົດນີ້ແມ່ນໃຫ້ຢຸດເຊົາກິດຈະການ ເລີ່ມແຕ່ວັນທີ 28 ກຸມພາ 2018 ເປັນຕົ້ນໄປ ຍ້ອນໂຮງງານດັ່ງກ່າວປະຕິບັດບໍ່ໄດ້ຕາມມາດຕະຖານຂອງໂຮງງານຜະລິດນໍ້າດື່ມ ເລກທີ 137/ອຫ ລົງວັນທີ 24 ມີນາ 2005; ສ່ວນອີກ 54 ແຫ່ງ ແມ່ນໃຫ້ປັບປຸງຄືນໃໝ່ພາຍໃນ 6 ເດືອນ ມາເຖິງປັດຈຸບັນປັບປຸງສໍາເລັດ 21 ແຫ່ງ ຍັງບໍ່ທັນປັບປຸງ 33 ແຫ່ງ ຖ້າວ່າໂຮງ ງານບໍ່ມີການປັບປຸງຈະຖືກສັ່ງປິດໂດຍບໍ່ມີເງື່ອນໄຂ.

ທ່ານ ດຣ ສົມຈີນ ສິງຫາຣາຊ ກ່າວຕື່ມອີກວ່າ: ບັນຫາທີ່ພົບເຫັນຢູ່ໂຮງງານນໍ້າດື່ມແມ່ນສົ່ງຜົນທາງລົບຕໍ່ການຜະ ລິດ ເປັນຕົ້ນພະນັກງານທີ່ບໍ່ໄດ້ກວດກາສຸຂະພາບ ຖ້າວ່າຜູ້ຜະລິດມີໂລກປະຈໍາຕົວບາງຢ່າງທີ່ອາດຈະສົ່ງເຊື້ອໄວຣັດ ຕ່າງໆຜ່ານຜະລິດຕະພັນທີ່ຕົນເຮັດດ້ວຍການຈັບບາຍ, ເຊິ່ງຈະເກີດເປັນພະຍາດຕິດແປດຈາກຄົນໄປສູ່ອາຫານ ແລະ ຈາກອາຫານໄປສູ່ຜູ້ບໍລິໂພກ, ເຊິ່ງຜູ້ທີ່ບໍລິໂພກຈະມີຄວາມສ່ຽງທີ່ຈະໄດ້ຮັບເຊື້ອເຫຼົ່ານັ້ນ, ເພາະຜ່ານມາໄດ້ກວດພົບໄວຣັດຕັບ A ລະບາດ ຫຼາຍສົມຄວນ ຍ້ອນຜູ້ບໍລິໂພກຕິດພະຍາດດັ່ງກ່າວຈາກການບໍລິໂພກອາຫານທີ່ມີເຊື້ອໄວຣັດ; ນອກນີ້, ຖ້າວ່າອາຫານດັ່ງກ່າວບໍ່ມີເຊື້ອໄວຣັດຕິດແປດ ແຕ່ຖ້າຫາກອາຫານທີ່ທ່ານບໍລິໂພກບໍ່ສະອາດ, ຂາດສຸຂະອະນາໄມ ເມື່ອທ່ານຮັບປະທານເຂົ້າໄປຈະສົ່ງຜົນເຮັດໃຫ້ເກີດອາການຖອກທ້ອງ, ເຈັບທ້ອງ, ຮາກ ແລະ ອາການອື່ນໆອີກ.     
ຜູ້ບໍລິໂພກນໍ້າດື່ມຫຼາຍຄົນໃນນະຄອນຫຼວງວຽງຈັນ ເວົ້າເປັນສຽງດຽວກັນວ່າ: ປັດຈຸບັນ, ນໍ້າດື່ມຕຸກໃຫຍ່ແມ່ນ ນໍ້າ ດື່ມທີ່ນໍາມາດື່ມ ແລະ ຊົມໃຊ້ໃນຊີວິດປະຈໍາວັນ, ເຊິ່ງບາງໂຮງງານນໍ້າດື່ມຍັງມີກິ່ນຂິວ, ຕຸກນໍ້າດື່ມເປື້ອນເປິ ຂາດການອະນາໄມ, ກົ້ນຕຸກຍັງມີຂີ້ເທົາຕິດ, ຖົງຢາງອັດຝານໍ້າດື່ມຍັງບໍ່ໄດ້ມາດຖານ, ນໍ້າຢູ່ໃນຕຸກຍັງພົບສິ່ງເຈືອນປົນຫຼາຍຢ່າງ; ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ປະກອບການຜະລິດໂຮງງານນໍ້າດື່ມ ຈົ່ງເອົາໃຈໃສ່ຜະລິດໃຫ້ໄດ້ມາດຖານ ທີ່ສໍາຄັນທ່ານຄວນຄໍານຶງເຖິງຄວາມສະອາດ ເພື່ອຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ.

ບັນຫາຂອງການຜະລິດນໍ້າດື່ມທີ່ບໍ່ມີຄຸນນະພາບ ແມ່ນເກີດຈາກຄວາມມັກງ່າຍຂອງຜູ້ປະກອບການທີ່ບໍ່ຄໍານຶງເຖິງຜູ້ບໍລິໂພກວ່າ ຈະສົ່ງຜົນກະທົບຫຍັງຕາມມາ, ອີກດ້ານໜຶ່ງພະນັກງານຜະລິດບາງໂຮງງານຍັງບໍ່ມີຄວາມຮູ້ດີພໍຕໍ່ກັບ ຂັ້ນຕອນຂອງການຜະລິດນໍ້າດື່ມ ເຮັດໃຫ້ນໍ້າດື່ມທີ່ຜະລິດອອກມາຂາດຄວາມສະອາດ ຖ້າວ່າໂຮງງານຂອງທ່ານຜະ ລິດໄດ້ມາດຕະຖານ ແລະ ມີຄວາມສະອາດ ຖືກກັບສຸຂະອະນາໄມ ເຊື່ອວ່າຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ຈະມີຄວາມປອດໄພແນ່ນອນ.