ໃນ 6 ເດືອນຕົ້ນປີ 2018, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ອອກກວດກາຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ ສາມາດກວດພົບຜູ້ລະເມີດກົດຈະລາຈອນ 1.000 ກວ່າຄົນ ແລະ ກັກລົດທີ່ຜິດລະບຽບການສັນຈອນ 80 ກວ່າຄັນ.

ພັທ ໜູໄກ ອ່ອນມາວົງ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ກ່າວວ່າ: ໃນໄລຍະ ຜ່ານມາ, ຄະນະພັກ-ຄະນະບັນຊາພະແນກຕໍາຫຼວດ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາ ພາກອງຮ້ອຍຕໍາຫຼວດຈະລາຈອນເມືອງ ຢ່າງເປັນປົກກະຕິ ສາມາດປະຕິບັດໜ້າ ທີ່ໄດ້ຢ່າງມີໝາກຜົນສະແດງອອກ ໃນ 6 ເດືອນຕົ້ນປີ 2018 ເຈົ້າໜ້າທີ່ ຕໍາຫຼວດຈະລາຈອນ ໄດ້ເອົາໃຈໃສ່ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອຕິດຕາມກວດກາຜູ້ໃຊ້ລົດໃຊ້ ຖະໜົນຕາມ 3 ແຍກ 4 ແຍກ, ອອກ ລະບາຍລົດໂມງເຂົ້າການ-ໂມງເລີກ ການລະບາຍການສັນຈອນບໍ່ໃຫ້ລົດຕິດ ອັ່ງອໍ ເຮັດໃຫ້ການສັນຈອນ ມີຄວາມສະດວກ, ມີຄວາມເປັນລະບຽບຮຽບຮ້ອຍຫຼີກລ່ຽງການເກີດອຸບັດຕິເຫດ; ໄປຄຽງຄູ່ກັນນີ້, ຍັງໄດ້ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນໄດ້ 42 ຄັ້ງສາມາດກວດພົບຜູ້ລະເມີດກົດຈະລາຈອນ ແລະ ສຶກສາອົບຮົມ ໄດ້ທັງໝົດ 1.073 ຄົນ ຍິງ 422 ຄົນ, ກັກລົດທີ່ບໍ່ຖືກລະບຽບຈະລາຈອນ ໄດ້ທັງໝົດ 81 ຄັນ; ໃນນັ້ນ, ເປັນລົດດັດແປງສະພາບ 3 ຄັນ, ລົດບໍ່ມີປ້າຍທະບຽນ 14 ຄັນ ແລະ ລົດບໍ່ຖືເອກະສານ 64 ຄັນ ສາມາດແກ້ໄຂລົດຄືນໃຫ້ເຈົ້າຂອງ 51 ຄັນ; ກັກເອກະສານໄດ້ທັງໝົດ 813 ໃບ ແກ້ໄຂເອກະສານທີ່ກັກມາໃຫ້ເຈົ້າຂອງໄດ້ 195 ໃບ; ນອກຈາກນີ້, ຍັງສາມາດກັກຜູ້ຄ້າຂາຍ ແລະ ເສບຢາເສບຕິດໄດ້ທັງໝົດ 10 ຄົນ ຢຶດຂອງກາງຢາບ້າໄດ້ 903 ເມັດ ພ້ອມລົດຈັກທີ່ໃຊ້ເຄື່ອນໄຫວ 8 ຄັນ ນໍາສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງດໍາເນີນຕາມລະ ບຽບກົດໝາຍ.

ນອກຈາກນີ້, ໃນ 6 ເດືອນຕົ້ນປີຜ່ານມາ, ທົ່ວເມືອງໄຊເສດຖາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 96 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 59 ຄັນ, ສົມຄວນ 12 ຄັນ, ໃຊ້ການບໍ່ໄດ້ 9 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 19 ຄົນ, ບາດເຈັບສົມຄວນ 58 ຄົນ, ສາຫັດ 9 ຄົນ ແລະ ເສຍຊີວິດ 9 ຄົນ, ຮູບການດໍາເນີນຄະດີຊັດມ້ຽນ 66 ເລື່ອງ, ສົ່ງໄອຍະການ 4 ເລື່ອງ, ສົ່ງນະຄອນຫຼວງ 19 ເລື່ອງ, ໂຈະ 1 ເລື່ອງ, ພວມດໍາເນີນ 6 ເລື່ອງ.

ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງ ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ມ້າງໄດ້ຫຼາຍ ແຕ່ຍັງມີບາງສະ ພາບທີ່ຍັງບໍ່ສາມາດແກ້ໄຂໄດ້ທັນກັບສະພາບ ແລະ ການແກ້ໄຂບາງ ວຽກຍັງຊັກຊ້າ ແລະ ແກ່ຍາວ, ມີລັກສະນະແລ່ນນໍາເຫດການ; ພະນັກງານວິຊາສະເພາະຈໍານວນໜຶ່ງຍັງຂາດຄວາມຮູ້ຄວາມສາມາດຂາດປະສົບການໃນການເຮັດວຽກຍັງບໍ່ມີຫົວຄິດປະດິດສ້າງ ລໍຖ້າແຕ່ຄໍາສັ່ງ ຈຶ່ງເຮັດໃຫ້ບາງວຽກງານບໍ່ໄດ້ຮັບໝາກຜົນເທົ່າທີ່ຄວນ, ກໍາລັງທີ່ບັນຈຸເຂົ້າຍັງມີໜ້ອຍບໍ່ພຽງພໍ ເຮັດໃຫ້ການເຄື່ອນໄຫວວຽກບໍ່ທົ່ວເຖິງ ແລະ ທ່ວງທັນກັບສະພາບຕົວຈິງ, ການສ້າງພື້ນຖານເພື່ອນຮ່ວມງານທີ່ນໍາໃຊ້ໃນແຕ່ລະຂົງເຂດວຽກງານວິຊາສະເພາະຍັງບໍ່ທັນກວ້າງຂວາງ ແລະ ການນໍາໃຊ້ຍັງບໍ່ທັນສອດຄ່ອງກັບລະບຽບຫຼັກການໃນຕໍ່ໜ້າ, ຄະນະພະແນກຕໍາຫຼວດ ຈະສືບຕໍ່ຊີ້ນໍາ-ນໍາພາກອງຮ້ອຍຕໍາຫຼວດຈະລາຈອນເມືອງ ເອົາໃຈໃສ່ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ໂດຍສະເພາະວຽກງານປະຈໍາການຄອຍເຫດຕະຫຼອດ 24 ຊົ່ວ ໂມງ, ສືບຕໍ່ໂຄສະນາຕາມ 3 ແຍກ, 4 ແຍກໄຟອໍານາດ ໃນໂມງເຂົ້າການ-ເລີກການ ຕາມຈຸດສໍາຄັນບ່ອນລົດຕິດຂັດອັ່ງອໍ, ຈັດກໍາລັງລົງແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍໃນຊຸມຊົນແອອັດຕາມໜ້າໂຮງໝໍ, ຕະຫຼາດ ແລະ ຄິວລົດ ເພື່ອແກ້ໄຂສະ ພາບການສັນຈອນໃຫ້ມີຄວາມຄ່ອ ແຄ່ວສະດວກຂຶ້ນກວ່າເກົ່າ, ເອົາໃຈໃສ່ປະຈໍາປ້ອມໃຫ້ໄດ້ 24 ຊົ່ວໂມງ ກໍລະນີມີອຸບັດຕິເຫດເກີດຂຶ້ນຕ້ອງໄດ້ລົງສະຖານທີ່ເກີດເຫດວ່ອງໄວທັນສະພາບການ ແລ້ວລາຍງານໃຫ້ຂັນເທິງຮັບຮູ້ ເພື່ອແກ້ໄຂອຸບັດຕິເຫດທີ່ເກີດຂຶ້ນໃຫ້ວ່ອງໄວ ແລະ ມີຄວາມຍຸຕິທໍາໃຫ້ແກ່ທຸກຝ່າຍ.