ແນວລາວສ້າງຊາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປາຖະກະຖາຫວນຄືນປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ ( 13 ສິງຫາ 1950-13 ສິງຫາ 2018 ) ໃນວັນທີ 23 ກໍລະກົດຜ່ານມານີ້, ຢູ່ວັດສາລາແດງ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ບຸນຍົກ ໂຄດສີເມືອງ ຮອງປະທານແນວລາວສ້າງຊາດ ນວ, ພຣະອາຈານ ວັນຄຳ ວົງສາສຸລິນ ຮອງປະທານອົງການພຸດທະສາສະໜາສຳພັນລາວ ນວ, ມີຄະນະກຳມະການແນວລາວສ້າງຊາດເມືອງ, ອົງການພາຄີຂັ້ນເມືອງ, ອຳນາດການປົກຄອງບ້ານ, ປະທານແນວລາວສ້າງຊາດບ້ານ ທົ່ວເມືອງສີສັດຕະນາກ ແລະ ພຣະສົງສຳມະເນນ ເຂົ້າຮ່ວມ.

ທ່ານ ທອງດຳ ຄຳພິລະປັນຍາ ປະທານແນວລາວສ້າງຊາດ ເມືອງສີສັດຕະນາກ ໄດ້ຍົກໃຫ້ເຫັນບາດກ້າວທີ່ສຳຄັນແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ວ່າ: ອົງການແນວລາວສ້າງຊາດແຕ່ລະຂັ້ນໄດ້ຕັ້ງໜ້າສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວ ໃນວົງຄະນະຍາດແຫ່ງຊາດ ບົນພື້ນຖານພັດທະນາກຳມະກອນ-ຊາວນາ ພາຍໃຕ້ການຊີ້ນຳຂອງພັກ, ເຕົ້າໂຮມທຸກກຳລັງການຈັດຕັ້ງສັງຄົມຢ່າງກວ້າງຂວາງ, ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ, ເສີມຂະຫຍາຍສິດເສລີພາບປະຊາທິປະໄຕຂອງພົນລະເມືອງ, ແກ້ໄຂແນວຄິດລະຫວ່າງເຜົ່າ, ດ້ວຍການປະສານສົມທົບກັບອົງການຈັດຕັ້ງພັກ-ລັດ, ການຈັດຕັ້ງພາຄີ ໃນການສຶກສາອົບຮົມມູນເຊື້ອຂອງຊາດ-ຂອງພັກ, ມີການຈັດຕັ້ງກອງປະຊຸມເຈົ້າກົກເຈົ້າເລົ່າລະດັບຕ່າງໆໃນທົ່ວປະເທດ; ເຊິ່ງສູນກາງແນວລາວສ້າງຊາດ ໄດ້ມີການພົວພັນຮ່ວມມືກັບອົງການຈັດຕັ້ງແນວໂຮມ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງບັນດາປະເທດເພື່ອນມິດຍຸດທະສາດ, ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດນະໂຍບາຍການຕ່າງປະເທດຂອງພັກເພີ່ມມິດ-ຫຼຸດຜ່ອນສັດຕູ, ໂດຍມີການພົວພັນຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນດ້ານວິຊາການ, ວຽກງານບຳລຸງສ້າງພະນັກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກໄດ້ເຄື່ອນໄຫວເປີດເຜີຍ ໂດຍມີອົງການລັດ ປະຕິບັດບົດບາດຄຸ້ມຄອງບໍລິຫານ, ສຳລັບອົງການແນວລາວສ້າງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ, ແນວລາວສ້າງຊາດໄດ້ຮ່ວມກັບອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆ ຍົກສູງບົດບາດໃນການເຕົ້າໂຮມກ້ອນກຳລັງສາມັກຄິປອງດອງທົ່ວປວງຊົນ, ໂຄສະນາສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ, ປຸກລະດົມຂະບວນການແກ້ໄຂຄວາມທຸກຍາກ, ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ສ້າງບ້ານ-ກຸ່ມບ້ານພັດທະນາ, ຍູ້ແຮງວຽກງານ 3 ສ້າງ ແລະ ສ້າງເງື່ອນໄຂໃຫ້ແກ່ການນຳພາປະເທດຊາດ ຫຼຸດພົ້ນສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020.