ໃນວັນທີ 24 ກໍລະກົດ 2018, ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຮ່ວມກັບບັນດາທະນາຄານ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ວຽກງານການສະກັດກັ້ນການປຸ້ນຊັບບັນດາທະນາຄານ ເພື່ອປຶກສາຫາລືກັນ ຫາວິທີ່ສະກັດກັ້ນປະກົດການໃຫ້ທັນເວລາ. ໂດຍການເປັນປະທານຂອງ ພັອ ຄໍາຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີບັນດາພະນກງານຫຼັກແຫຼ່ງ ແລະ ຜູ້ຕ່າງໜ້າຈາກທະນາຄານທົ່ວປະເທດ ຈຳນວນ 29 ແຫ່ງ ເຂົ້າຮ່ວມ.

ພັທ ວົງພະຈັນ ຜ່ອງສົມບັດ ຮອງຫົວໜ້າຫ້ອງການ ກົມໃຫຍ່ຕໍາຫຼວດ ໄດ້ລາຍງານວ່າ: ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ແມ່ນເກີດຂຶ້ນຢ່າງເນື່ອງນິດລຽນຕິດບັນດາເປົ້າໝາຍກໍອາດຊະຍາກໍາ ມີການເຄື່ອນໄຫວຫຼາຍຮູບຫຼາຍແບບແນນນຽນ ນໍາໃຊ້ອຸປະກອນເຄື່ອງມີທັນສະໄໝ ແລະ ອາວຸດເສິກເຂົ້າໃນການກໍ່ເຫດຢ່າງບັງອາດເປີດແປນ ເຊັ່ນ: ໃນລະຫວ່າງເດືອນກັນຍາ 2017 – 6 ເດືອນຕົ້ນປີ 2018 ມີຄະດີປຸ້ນຊັບບັນດາທະນາຄານ ແລະ ສະຖາບັນການເງິນຈຸລະພາກ ຈຳນວນ 4 ຄັ້ງ ຈາກເຫດການດັ່ງກ່າວ ເແມ່ນໄດ້ສ້າງຄວາມເສຍຫາຍຫຼວງຫຼາຍ.

ຈາກນັ້ນ, ໃນກອງປະຊຸມ ບັນດາເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ແລະ ຕົວແທນບັນດາທະນາຄານ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນດ້ານຂໍ້ມູນຂ່າວສານ, ການປ້ອງກັນເວນຍາມຕ້ອງໃຫ້ເຂັ້ມງວດກວ່າເກົ່າ. ການຕິດຕັ້ງອຸປະກອບຕ່າງໆຢູ່ທະນາຄານຕ້ອງໃຫ້ມີຄວາມປອດໄຟ. ການສ້າງໃຫ້ພະນັກງານມີສະຕິລະວັງຕົວ ຕໍ່ເລ່ລຽມ, ຮູບການ ແລະ ວິທີ່ການຕ່າງໆຂອງກຸ່ມຄົນບໍ່ດີ ເພື່ອພ້ອມກັນສະກັດກັ້ນ ແລະ ແກ້ໄຂຢ່າງເໝາະສົມໃຫ້ທັນເວລາ.

ຢ່າງໃດກໍຕາມ, ເພື່ອສະກັດກັ້ນບັນຫາດັ່ງກ່າວ, ພະນັກງານທີ່ລົງໄປເຮັດວຽກງານປ້ອງກັນຕົວຈິງ ຕ້ອງເປັນເຈົ້າການແທ້ໆ ມີສະຕິຕື່ນຕົວກໍາໄດ້ເປັນເປົ້າໝາຍທີ່ກໍ່ຈະກໍ່ອາຊະຍາກໍາຂຶ້ນຢູ່ສະຖານທີ່ດັ່ງກ່າວ ເປັນຕົ້ນແມ່ນ ເຈົ້າໜ້າທີ່ເຮັດວຽກຮັກາຄວາມປອດໄຟ (ລປພ) ຫຼື ເຈົ້າໜ້າທີ່ຕໍາຫຼວດປ້ອງກັນຢູ່ຕາມທະນາຄານ ຫຼື ໜ່ວຍບໍລິການຕ່າງໆ ຕ້ອງມີຄວາມເປັນເຈົ້າການຕິດຕາມເບິ່ງການເຂົ້າ-ອອກຂອງບຸກຄົນຕ່າງໆ ທີ່ເຂົ້າໃຊ້ບໍລິການ ເພື່ອສະກັດກັ້ນກຸ່ມຄົນທີ່ບໍ່ດີ ອາດແອບແຝງເຂົ້າປຸ້ນທະນາຄານ ແລະ ເຈົ້າໜ້າທີ່ເຮັດໜ້າທີ່ປ້ອງກັນເວລາ ພະນັກງານໄປຖອນເງິນ ຫຼື ເອົາເງິນເຂົ້າຕູ້ ATM ຕ່າງໆ ໃຫ້ມີສະຕິເປັນເຈົ້າການໃນການປ້ອງກັນຮັບປະກັນຄວາມປອດໄຟໃຫ້ໄດ້ 100%.