ໃນໄລຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ປະສານງານກັບກອງຄຸ້ມ ຄອງພາຫະນະໃນການຄຸ້ມຄອງພາຫະນະ ແລະ ປະຕິບັດໜ້າທີ່ວິຊາສະເພາະ; ສະແດງອອກໃນ 6 ເດືອນຕົ້ນປີ 2018 ຜ່ານມາ, ມີເຈົ້າຂອງລົດນໍາລົດມາກວດກາເຕັກນິກ 12.000 ກວ່າຄັນ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜ່ານມາ, ຄະນະພັກ-ຄະນະນໍາພະແນກຕໍາຫຼວດຈະລາຈອນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ໃນການປະຕິບັດໜ້າທີ່ວິຊາສະເພາະເປັນຕົ້ນແມ່ນການຄຸ້ມຄອງພາຫະນະປະເພດລົດຕ່າງໆ ໂດຍສົ່ງພະນັກງານໄປປະຈໍາຢູ່ຕາມຈຸດກວດກາເຕັກນິກ ແລ້ວເຮັດໜ້າທີ່ຕິດຕາມກວດກາ ແລະ ເກັບກໍາສະຖິຕິ, ເຊິ່ງສະແດງອອກ ໃນ 6 ເດືອນຕົ້ນປີ 2018 ຜ່ານມາ, ມີເຈົ້າຂອງລົດນໍາເອົາລົດມາກວດເຕັກນິກທັງໝົດ 12.312 ຄັນ. ໃນນີ້, ມີລົດເບົາ 10.464 ຄັນ, ລົດຈັກ 1.136 ຄັນ, ລົດບັນທຸກ 463 ຄັນ, ລົດໂດຍສານ 66 ຄັນ ແລະ ສາມລໍ້ 3 ຄັນ.

ນອກຈາກນີ້, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຍັງໄດ້ອອກເອກະສານແຈ້ງເສຍຫາຍໄດ້ທັງໝົດ 730 ຊຸດ; ໃນນັ້ນ, ເປັນທະບຽນ 499 ຊຸດ, ໃບຂັບຂີ່ 231 ຊຸດ, ຈ່າຍອອກແລ້ວ 721 ຊຸດ, ຍັງຄ້າງ 9 ຊຸດ ( ທະບຽນ 2 ໃບ ແລະ ຂັບຂີ່ 7 ໃບ ); ປະເພດກັກເອກະສານຕ່າງໆມີ 2.837 ຊຸດ, ຈ່າຍອອກແລ້ວ 1.041 ຊຸດ, ຍັງຄ້າງ 1.796 ຊຸດ, ມອບລົດ ທີ່ຄົນຮ້າຍລັກໄປໄດ້ 9 ຄັ້ງ, ມີ 9 ຄັນ; ໃນນັ້ນ, ລົດຈັກ 8 ຄັນ ແລະ ລົດໃຫຍ່ 1 ຄັນ, ວາງລາຄາບິນປັບໃໝຜູ້ລະ ເມີດກົດຈະລາຈອນໄດ້ 437 ເລື່ອງ; ນອກນີ້, ຍັງໄດ້ເຮັດໜ້າທີ່ປະສານງານກັບພະແນກກ່ຽວຂ້ອງຢັ້ງຢືນກວດກົງໂຕນລົດໃຫ້ພະແນກສືບຂ່າວ 18 ຄັ້ງ.

ໃນຕໍ່ໜ້າ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ຈະສືບຕໍ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ໂດຍສະເພາະແມ່ນເປັນ ເຈົ້າການໃນການພົວພັນກັບກອງຄຸ້ມຄອງພາຫະນະ ໃນການຄຸ້ມຄອງພາຫະນະເພີ່ມ ຫຼື ຫຼຸດ, ເອົາໃຈໃສ່ໃນການຄຸ້ມ ຄອງສູນເຕັກນິກໃຫ້ຮັບປະກັນໃນການກວດກາເຕັກນິກຂອງພາຫະນະ, ເຮັດ ໜ້າທີ່ຮັບແຈ້ງເສຍຫາຍເອກະສານເຮ່ຍ ພ້ອມທັງຄຸ້ມຄອງເອກະສານທີ່ຖືກກັກລະເມີດກົດຈະລາຈອນ, ສືບຕໍ່ສ້າງຖານຂໍ້ມູນພາຫະນະຂໍ້ມູນຜູ້ລະເມີດກົດຈະລາຈອນ ແລະ ຖານຂໍ້ມູນອຸບັດຕິເຫດ ເພື່ອຮັບໃຊ້ວິຊາສະເພາະ, ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງຕາມ  ການມອບໝາຍຂອງພະແນກ.