ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ສປປ ລາວ ຮ່ວມກັບ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ ໄດ້ປະກາດຜະລິດຕະພັນການແປນິພົນໂຮ່ຈິມິນຄົບຊຸດ ຈາກພາສາຫວຽາດນາມ ມາເປັນພາສາລາວ ຈໍານວນ 3 ເຫຼັ້ມ ຄື: ເຫຼັ້ມ 2, ເຫຼັ້ມ 4 ແລະ ເຫຼັ້ມ 6 ອອກສູ່ສາຍຕາສັງຄົມ, ຮັບໃຊ້ໃຫ້ແກ່ນັກສຶກສາ, ນັກຄົ້ນຄ້ວາຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍຄື ຢູ່ບັນດາສະຖາບັນຕ່າງໆຂອງລາວ ໃນການສ້າງພະນັກງານ, ນັກວິທະຍາສາດທາງດ້ານທິດສະດີການເມືອງ-ການປົກຄອງ ແລະ ຮັບໃຊ້ແກ່ການປັບປຸງບູລະນະແນວທາງ, ນະໂຍບາຍຂອງພັກໃຫ້ບໍລິບູນເທື່ອລະກ້າວ.

ພິທີປະກາດດັ່ງກ່າວຈັດຂຶ້ນວັນທີ 24 ກໍລະກົດ 2018, ໂດຍການເຂົ້າຮ່ວມຝ່າຍລາວ ມີທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຝ່າຍຫວຽດນາມ ມີທ່ານ ຫວໍ້ ວັນ ເຖືອງ ຫົວໜ້າໂຄສະນາສຶກສາ ພັກຄອມມູນິດຫວຽດນາມ, ມີຫົວໜ້າ-ຮອງຫົວໜ້າສະຖາບັນ, ອໍານວຍການວິທະຍາຄານ, ໂຮງຮຽນ, ແຂກຮັບເຊີນ ແລະ ຄະນະຮັບຜິດຊອບ.

ທ່ານ ຮສ ປອ ທອງສະຫຼິດ ມັງໜໍ່ເມກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກ່າວວ່າ: ປີ 2014 ພັກ-ລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຕົກລົງຜັນຂະຫຍາຍໂຄງການ ແປນິພົນໂຮ່ຈິມິນ ຄົບຊຸດຈາກພາກພາສາຫວຽດນາມ ມາເປັນພາສາລາວ ແລະ ໄດ້ມອບໃຫ້ສະຖາບັນການເມືອງແຫ່ງຊາດ ໂຮຈິມິນ ແລະ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ເປັນຜູ້ຈັດຕັ້ງປະຕິບັດ, ມາຮອດວັນທີ 1 ກັນຍາ 2017 ໄດ້ປະກາດບົດນິພົນເຫຼັ້ມ 1 ແລະ ມື້ນີ້ສາມາດປະກາດຜະລິດຕະພັນແປນິພົນໂຮ່ຈິມິນ ໄດ້ອີກ ຈໍານວນ 3 ເຫຼັ້ມຄື: ເຫຼັ້ນ 2, ເຫຼັ້ມ 4 ແລະ ເຫຼັ້ມ 6.

ເຊິ່ງເນື້ອໃນນິພົນຄົບຊຸດເຫຼັ້ມ 2 ໄດ້ສ່ອງແສງເຖິງການເຄື່ອນໄຫວຂອງປະທານໂຮ່ຈິມິນ ໃນເງື່ອນໄຂທີ່ຫຍຸ້ງຍາກທີ່ສຸດ ແຕ່ເຕັມໄປດ້ວຍຫົວຄິດປະດິດສ້າງ, ບໍ່ພຽງແຕ່ການໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນສະພາບຕົວຈິງຂອງຫວຽດນາມເທົ່ານັ້ນ, ຍັງເປັນຊັບສົມບັດຂອງບັນດາຊົນຊາດທີ່ຖືກກົດຂີ່ໃນທົ່ວໂລກ, ປະກອບສ່ວນສຳຄັນເຂົ້າໃນການປົກປ້ອງ, ພັດທະນາ ແລະ ເຮັດໃຫ້ທິດສະດີລັດທິມາກ-ເລນິນ ກ່ຽວກັບການປະຕິວັດປົດປ່ອຍຊາດຢູ່ຫົວເມືອງຂຶ້ນ.

ນິພົນໂຮ່ຈີມິນຄົບຊຸດ ເຫຼັ້ມ 4 ສ່ອງແສງໃຫ້ເຫັນການເຄື່ອນໄຫວທີ່ໂດດເດັ່ນ, ອຸດົມສົມບູນ ແລະ ປະດິດສ້າງຂອງປະທານ ໂຮ່ຈີມິນ-ປະທານຄົນທຳອິດ ຂອງປະເທດຫວຽດນາມ ທີ່ປະເຊີນໜ້າກັບສະພາບຫຍຸ້ງຍາກນາໆປະການທາງດ້ານເສດຖະກິດ, ການທະຫານ, ການເມືອງ, ສັງຄົມ ພາຍຫຼັງການປະຕິວັດເດືອນສິງຫາ;
ນິພົນໂຮ່ຈີມິນຄົບຊຸດ ເຫຼັ້ມ 6 ລວມມີ 224 ນິພົນຍ່ອຍ, ບົດປາໄສ, ບົດຂຽນ, ຈົດໝາຍ, ໂທລະເລກຂອງປະທານໂຮ່ຈີມິນ ນັບແຕ່ວັນທີ 1 ມັງກອນ 1949-31 ທັນວາ 1950 ສ່ອງແສງໃຫ້ເຫັນທັດສະນະພື້ນຖານຢ່າງເລິກເຊີ່ງ ກ່ຽວກັບແນວທາງ, ຍຸດທະສາດ, ຍຸດໂທບາຍປະຕິວັດຂອງປະທານໂຮ່ຈີມິນ ເພື່ອນຳພາທົ່ວປວງ, ທົ່ວກອງທັບ ຊຸກຍູ້ພາລະກິດຕໍ່ສູ້, ສ້າງສາປະເທດຊາດໃຫ້ກ້າວໄປສູ່ໄຊຊະນະຢ່າງວ່ອງໄວ.