ລັດຖະມົນຕີກະຊວງພະລັງານ ແລະ ບໍ່ແຮ ໄດ້ຊີ້ແຈງເບື້ອງຕົ້ນກ່ຽວກັບ ສາເຫດການເກີດອຸບັດຕິເຫດໂຄງການສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໝາມໄຊ ແຂວງອັດຕະປື ເຊິ່ງເນື່ອງມາຈາກພື້ນຖານໂຄງສ້າງຂອງເຂື່ອນບໍ່ແໜ້ນໜາ ແລະ ຄູຕັນນໍ້າຫາກໍສ້າງສໍາເລັດໃໝ່ ເຮັດໃຫ້ແຕກເຈື່ອນລົງ; ສົ່ງຜົນມວນນໍ້າມະຫາສານໄຫຼທະລັກເຂົ້າບ້ານປະຊາຊົນລຽບຕາມແຄມເຊ ແລະ ສ້າງຄວາມສູນເສຍທັງຊີວິດ ແລະ ສັບສິນຈໍານວນຫຼວງຫຼາຍ.

ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງານ ແລະ ບໍ່ແຮ ໄດ້ຖະແຫຼງຂ່າວຕໍ່ສືມ່ວນຊົນ ໃນວັນທີ 26 ກໍລະກົດ 2018 ວ່າ: ສາເຫດເບື້້ອງຕົ້ນກ່ຽວກັບ ການເກີດອຸບັດຕິເຫດໂຄງການສ້າງເຄື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ໃນຄັ້ງນີ້ ຍ້ອນໂຄງສ້າງຂອງເຂື່ອນຫາກໍ່ສ້າງສໍາເລັດ ເຊິ່ງບໍ່ທັນໄດ້ຮັບນໍ້າໜັກຂອງນໍ້າໄດ້ເທື່ອ. ທໍາມະດາແລ້ວ, ພາຍຫຼັງກໍ່ສ້າງແລ້ວຕ້ອງໄດ້ບົ່ມ ຫຼື ຮັກສານໍ້າໄວ້ ເພື່ອບົ່ມໃຫ້ເຂົ້າກັນກັບໂຄງສ້າງເຂື່ອນໄລຍະໜຶ່ງ. ແຕ່ໃນເມື່ອໂຄງສ້າງຖືກກະທົບໄວ ບວກກັບຜົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ປະລິມານນໍ້າເກີນທີ່ໄດ້ກໍານົດໄວ້ ຈຶ່ງເຮັດໃຫ້ສັນເຂື່ອນ (D) ມີແຕກແຫງ. ເມື່ອຄວາມໜາແໜ້ນຂອງນໍ້າເພີ່ມຂຶ້ນ ເຮັດໃຫ້ນໍ້າໄຫຼເຂົ້າບ່ອນຮອຍແຕກແຫງຢູ່ສັນເຂື່ອນ ແລະ ຂະໜາດຂອງຮອຍແຕກດັ່ງກ່າວກວ້າງອອກ ຈຶ່ງແຕກເຈື່ອນລົງ ເຊິ່ງມີຄວາມກວ້າງເກືອບ 20 ເເມັດ.

“ແຕ່ສາເຫດຕົ້ນຕໍແທ້ ແມ່ນຍ້ອນພື້ນຖານກໍ່ສ້າງບໍ່ແໜ້ນໜາ. ແຕ່ດ້ານເຕັກນິກແທ້ໆ ແມ່ນໄດ້ແຕ່ງຕັ້ງໃຫ້ຄະນະຮັບຜິດຊອບເຂົ້າປະສານສົມທົບກັບບໍລິສັດຜູ້ຮັບເໝົາ ເພື່ອກວດກາຫາສາເຫດໃຫ້ລະອຽດ”, ປອ ຄໍາມະນີ ກ່າວ.

ທ່ານລັດຖະມົນຕີກະຊວງພະລັງານ ແລະ ບໍ່ແຮ ໃຫ້ຮູ້ອີກວ່າ: ກ່ອນໂຄງການສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກໃນຄັ້ງນີ້, ໃນເບື້້ອງຕົ້ນວັນທີ 22 ກໍລະກົດ 2018 ຄະນະຮັບຜິດຊອບໂຄງການ ໄດ້ກວດພົບເຫັນເຂື່ອນກັ້ນນໍ້າ (D) ທີ່ຕັນຮ່ອມພູໄດ້ເກີດມີຮອຍແຫງ. ຍ້ອນເຫັນໄດ້ໄພອັນຕະລາຍທີ່ຈະເກີດຂຶ້ນ, ຈຶ່ງແຈ້ງເຕືອນປະຊາຊົນທີ່ອາໄສລຽບຕາມແຄມຝັ່ງເຊປຽນ ໃຫ້ກະກຽມຍົກຍ້າຍໄປສູ່ບ່ອນປອດໄຟ. ຮອດເວລາ 23 ກໍລະກົດຜ່ານມາ, ຝົນຍັງສືບຕໍ່ຕົກໜັກ ເຮັດໃຫ້ລະດັບນໍ້າເພີ່ມຂຶ້ນຮອດ 789,1 ແມັດ ທຽບກັບລະດັບນໍ້າທະເລ ເຊິ່ງຖືວ່າສູງກວ່າລະດັບນໍ້າທີ່ໄດ້ອອກແບບໄວ້ຄື 788,50 ເເມັດ. ເນື່ອງຈາກມວນນໍ້າໄດ້ໄຫຼມາຢ່າງໄວວາ ແລະ ບໍລິມາດນໍ້າຫຼາຍ ຮອດເວລາ 22:00 ໂມງຂອງວັນດຽວກັນ ເຂື່ອນກັ້ນນໍ້າດັ່ງກ່າວໄດ້ເລີ່ມແຕກເຈື່ອນລົງ ມວນນໍ້າມະຫາສານປະມານ 500 ລ້ານເເມັດກ້ອນ ໄດ້ໄຫຼຕາມຮອມພູປ່ອງລົງໃສ່ລໍາເຊປຽນ ທີ່ເຂດຕອນລຸ່ມ ແລະ ໄຫຼທະລັກເຂົ້າໃສ່ຫຼາຍບ້ານທີ່ຢູ່ລຽບຕາມແຄມເຊປຽນຂອງເມືອງສະໜານໄຊ ແຂວງອັດຕະປື ເຊິ່ງໄດ້ຮັບຜົນກະທົບຢູ່ໃນເຂດ 8 ບ້ານ.