ໃນວັນທີ 27 ກໍລະກົດ 2018, ອຸປະກອນສໍາລັບຊ່ວຍເຫຼືອບັນເທົາທຸກຈາກ ປະຊາຊົນ ແລະ ລັດຖະບານປະເທດຍີ່ປຸ່ນ ໄດ້ມາເຖິງສະໝາມບິນສາກົນວັດໄຕ ສປປ ລາວ. ຈາກນັ້ນ, ສະຖານທຸດຍີ່ປຸ່ນ ແລະ ອົງການໄຈກ້າ ໄດ້ມອບເຄື່ອງບັນເທົາທຸກໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ເພື່ອນໍາໄປມອບຕໍ່ໃຫ້ຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ແຂວງອັດຕະປື.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຕັ້ນ 400 ຊຸດ ( ນອນໄດ້ 6 ຄົນຕໍ່ຊຸດ ) ຜ້າຫົ່ມ 4.000 ກວ່າຜືນ, ເຄື່ອງກອງນໍ້າດື່ມ 10 ຊຸດ ບໍ່ຈໍາເປັນຕ້ອງໃຊ້ໄຟຟ້າ ແລະ ເຄມີບໍາບັດນໍ້າບັນຈຸເມັດທັງໝົດ 15.000 ລິດ. ນອກນັ້ນ, ຍັງມີເຄື່ອງບັນເທົາທຸກຈາກປະເທດສິງກະໂປ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຮືອນ ແລະ ເຄື່ອງບັນເທົາທຸກຈາກສູນມະນຸດສະທໍາອາຊຽນ.

ທ່ານ ນາງໃບຄໍາ ຂັດທິຍະ ຮອງລັດຖະມົນຕີ ກະຊວງ ຮສສ ກ່າວວ່າ: ລັດຖະບານຍັງສືບຕໍ່ລະດົມເຄື່ອງບັນເທົາທຸກຈາກບັນດາມິດປະເທດ ແລະ ອົງການຈັດຕັ້ງສາກົນຕໍ່ໄປ ເພື່ອມາຊ່ວຍເຫຼືອພໍ່ແມ່ພີ່ນ້ອງທີ່ປະສົບໄພນໍ້າຖ້ວມຢູ່ເມືອງສະໝາມໄຊ ແຂວງອັດຕະປື.