ໃນວັນທີ 27 ກໍລະກົດ ທີ່ຜ່ານມາ, ຫົວໜ້າຄະນະຈັດຕັ້ງແຂວງອັດຕະປື ແລະ ເຈົ້າເມືອງໆສະໜາມໄຊ ໄດ້ຮ່ວມກັນຖະແຫຼງຂ່າວຄວາມຄືບໜ້າການຊ່ວຍເຫຼືອປະຊາຊົນ ບໍລິເວນຈຸດອຳນວຍການຊ່ວຍເຫຼືອຜູ້ປະສົບໄພ ເທດສະບານເມືອງສະໜາມໄຊ ແຂວງອັດຕະປື ໂດຍລະບຸວ່າ:

ຂະນະນີ້, ໜ່ວຍກູ້ໄພທັງໝົດ ໄດ້ລະດົມການຊ່ວຍເຫຼືອປະຊາຊົນທັງກາງເວັນ ແລະ ກາງຄືນ ເຖິງວ່າຝົນທີ່ຕົກບໍ່ໜັກປານໃດ ແຕກໍເປັນອຸປະສັກຕໍ່ການເຮັດວຽກຂອງທຸກໜ່ວຍ ເຊິ່ງໃນວັນທີ 27 ກໍລະກົດຜ່ານມານັ້ນ ກໍໄດ້ຊ່ວຍເຫຼືອປະຊາຊົນອອກຈາກໝູ່ບ້ານທີ່ປະສົບໄພ 7 ໝູ່ບ້ານ ໄດ້ 72 ຄອບຄົວ ລວມ 413 ຄົນ; ຂະນະນີ້, ຍອດລວມປະຊາຊົນທີ່ຍ້າຍມາຢູ່ໃນສະຖານພັກພິງຊົ່ວຄາວລວມມີ 3.372 ຄົນແລ້ວ.

ດ້ານການກູ້ໄພພາກສະໜາມຍັງມີຄວາມຫຍຸ້ງຍາກຫຼາຍ ເຖິງລະດັບນ້ຳຈະຫຼຸດແດ່ແລ້ວ ແຕ່ພື້ນທີ່ເຫຼົ່ານັ້ນກໍເປັນຕົມສູງບໍ່ຕ່ຳກວ່າ 50 ຊັງຕີແມັດ ເຮັດໃຫ້ການຄົ້ນຫາຊ່ວຍເຫຼືອປະຊາຊົນເປັນໄປຢ່າງຍາກລຳບາກ; ຂະນະດຽວກັນ, ເຄື່ອງມືທີ່ທັນສະໄໝກໍມີຈຳກັດ ແລະ ການລຳລຽງສະບຽງກໍມີຄວາມຄັດຂ້ອງຫຼາຍຢ່າງ ສ່ວນຄວາມຕ້ອງການໃນການຊ່ວຍເຫຼືອໃນຂະນະນີ້ ແມ່ນຕ້ອງການນ້ຳດື່ມ, ອາຫານ, ເຄື່ອງນຸ່ງຫົ່ມ ແລະ ທີ່ຢູ່ອາໄສ.

ສຳລັບບັນຍາກາດຢູ່ທີ່ເທດສະບານເມືອງສະໜາມໄຊ ແມ່ນຍັງມີປະຊາຊົນພາກັນນຳເອົາເຄື່ອງມາບໍລິຈາກຢ່າງຕໍ່ເນື່ອງ.