ເຈົ້າໜ້າທີ່ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 27 ກໍລະກົດ ນີ້, ເຈົ້າໜ້າທີ່ຈາກຫຼາຍພາກສ່ວນໄດ້ຮ່ວມມືກັນເລັ່ງຊອກຄົ້ນຫາຜູ້ລອດຊີວິດ, ເຊິ່ງສາມາດຊ່ວຍໄດ້ 9 ຄົນ ໃນຊຸດທຳອິດ, ສ່ວນຊຸດທີ່ສອງ ຊ່ວຍໄດ້ອີກ 14 ຄົນ ລວມທັງໝົດຊ່ວຍໄດ້ 23 ຄົນ.

ເຫດການໄພພິບັດຄັ້ງນີ້, ຫຼາຍພາກສ່ວນໄດ້ຮ່ວມນ້ຳຈິດນ້ຳໃຈກັນ ເພື່ອຊ່ວຍເຫຼືອຜູ້ທີ່ປະສົບໄພ ໂດຍສະເພາະເຈົ້າໜ້າທີ່ທາງພາກລັດ-ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ເຂົ້າໄປຊ່ວຍເຫຼືອຢ່າງເຕັມທີ່.

ລາຍລະອຽດເພີ່ມເຕີມ ນັກຂ່າວນັກສືພິມຄວາມສະຫງົບ  ຈະລາຍງານໃຫ້ທ່ານຊາບອີກ.