ພິທີມອບ-ຮັບ ຫ້ອງການກອງບັນຊາການ ປ້ອງກັນເຄື່ອນທີ່ ຫຼັງໃໝ່ ແລະ ກອງຂົນສົ່ງ-ລະບົບສາງຍຸດທະສາດ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2018 ເຂົ້າຮ່ວມໂດຍ ພົຕ ສົມແກ້ວ ສີລາວົງລັດຖະມົນຕີກະຊວງ ປກສ ແລະ ທ່ານ ຫຼົວ ຊຽງຕົງ ຮອງປະທານບໍລິສັດ ນໍຣິນໂກ ສປ ຈີນ,

ມີທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດ ມີບັນດາຄະນະຈຳພັກກະຊວງ, ຄະນະພັກກົມໃຫຍ່, ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພະນັກງານ-ນັກຮົບ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ຫຼົວ ຊຽງຕົງ ໄດ້ກ່າວວ່າ: ໂຄງການທີ 1 ແມ່ນໂຄງການກໍ່ສ້າງລະບົບຫ້ອງການກອງບັນຊາການ ປ້ອງກັນເຄື່ອນທີ່ ຫຼັງໃໝ່ ມີພື້ນທີ່ທັງໝົດ 3 ເຮັກຕາ ເປັນມູນຄ່າ 144.158.670.000 ກີບ

ມີ 24 ໜ້າວຽກ ເຊັ່ນ: ຫ້ອງການກອງບັນຊາການ, ບ່ອນຈອດລົດປະຈັນບານ, ອາຄານປະຈຳການ, ຫໍພັກພະນັກງານ, ສູນອອກກຳລັງກາຍ, ສາງອຸປະໂພກ, ສາງຍຸດໂທ, ຫ້ອງອາຫານ, ເດີ່ນບານ, ປະຕູທາງເຂົ້າ, ກຳແພງອ້ອມຄ້າຍ ແລະອື່ນໆ.

ໂຄງການທີ 2 ແມ່ນໂຄງການກໍ່ສ້າງຫ້ອງການກອງຂົນສົ່ງ ແລະ ລະບົບສາງຍຸດທະສາດ ມີເນື້ອທີ່ປະມານ 5 ເຮັກຕາ ເປັນມູນຄ່າ 60.055.050.000 ກີບ ມີ 34 ໜ້າວຽກ ເຊັ່ນ: ຫ້ອງການກອງຂົນສົ່ງ, ສະຖານທີ່ຈອດລົດ, ສາງຍຸດທະສາດ, ບ່ອນຈ່າຍນ້ຳມັນ, ປະຕູທາງເຂົ້າ, ກຳແພງອ້ອມຄ້າຍ ແລະອື່ນໆ.

ທັງສອງໂຄງການນີ້ໄດ້ລົງມືກໍ່ສ້າງມາແຕ່ເດືອນ 3 ປີ 2016 ເປັນຕົ້ນມາ. ມາຮອດປັດຈຸບັນແມ່ນສຳເລັດ 100% ຕາມສັນຍາ (ໃຊ້ເວລາໃນການກໍ່ສ້າງ 27 ເດືອນ).

ໂຄງການດັ່ງກ່າວໄດ້ມອບໃຫ້ກົມໃຫຍ່ພະລາທິການ ປກສ ກ່ອນມອບຕໍ່ໃຫ້ ກົມ-ກອງວິຊາສະເພາະ ນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສູງຂຶ້ນເລື້ອຍໆ.

ໃນຕອນທ້າຍພິທີ, ພົຕ ສົມແກ້ວ ສີລາວົງ ແລະ ທ່ານ ຫຼົວ ຊຽງຕົງ ໄດ້ຂຶ້ນມອບ-ຮັບ ແລະ ເປີດນຳໃຊ້ຫ້ອງການຢ່າງເປັນທາງການ ພ້ອມທັງທ່ຽວຊົມບັນດາອາຄານຫ້ອງການເຮັດວຽກ ແລະ ຮ່ວມພິທີປູກຕົ້ນໄມ້ຢູ່ຕໍ່ໜ້າຕຶກກອງບັນຊາການປ້ອງກັນເຄື່ອນທີ່.