ຫ້ອງວ່າການກະຊວງ ປກສ ໄດ້ປະກາດການຈັດຕັ້ງຂັ້ນພະແນກຢູ່ບັນດາກົມ, ຫ້ອງທີ່ຂຶ້ນກັບຫ້ອງວ່າການ ໃນວັນທີ 1 ສິງຫາ 2018 ເປັນປະທານໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະນຳ, ຫົວໜ້າກົມ-ຮອງກົມ ແລະ ພະນັກງານທີ່ໄດ້ຮັບຕໍາແໜ່ງເຂົ້າຮ່ວມ.

ພັທ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 2189/ຫວກ, ລົງວັນທີ 30 ກໍລະກົດ 2018 ວ່າດ້ວຍ ການແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງຫົວໜ້າພະແນກຢູ່ບັນດາກົມ, ຫ້ອງທີ່ຂຶ້ນກັບ.

ໃນນີ້ໄດ້ຕົກລົງແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ 4 ພະແນກ ທີ່ຂຶ້ນກັບຫ້ອງການເມືອງ; ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ 4 ພະແນກ ຂຶ້ນກັບກົມບໍລິຫານແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ 4 ພະແນກ ຂຶ້ນກັບກົມເສນາທິການ; ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ 3 ພະແນກ ຂຶ້ນກັບກົມພົວພັນຕ່າງປະເທດ; ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ 1 ພະແນກ ຂຶ້ນກັບກົມຄຸ້ມຄອງເອກະສານ; ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ 3 ພະແນກ ທີ່ຂຶ້ນກັບກົມກົດລັບ; ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ 4 ພະແນກ ຂຶ້ນກັບກົມເລຂາ; ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ 4 ພະແນກ ຂຶ້ນກັບກົມນິຕິກຳ ແລະ ກົດໝາຍ; ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ 1 ພະແນກ ຂຶ້ນກັບຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ; ສ່ວນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ພົຈວ ສີສະຫວາດ ແກ້ວມາລາວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ຕໍາແໜ່ງໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ພະນັກງານນໍາພາ-ບັນຊາທີ່ໄດ້ຮັບໜ້າທີ່ຕໍາແໜ່ງ ຕ້ອງເຊື່ອມຊຶມທັດສະນະຂອງພັກຢ່າງໜັກແໜ້ນ ແລະ ເລິກເຊິ່ງ, ອອກແຮງກໍ່ສ້າງຕົນເອງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ພັດທະນາທາງດ້ານຄວາມຮູ້, ຄວາມສາມາດ, ຄວາມຊໍານິຊໍານານທາງດ້ານວິຊາສະເພາະ ພ້ອມລະດັບຄວາມຮັບຮູ້ທາງດ້ານທິດສະດີ, ພຶດຕິກຳຕົວຈິງ ແລະ ບັນດາແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແຕ່ລະໄລຍະ.