ໃນລະຫວ່າງວັນທີ 27-28 ກໍລະກົດຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍ ຄະນະຕິດຕາມ ໄດ້ເຄື່ອນໄຫວພົບປະໃຫ້ກຳລັງໃຈ ແລະ ມອບເຄື່ອງໃຫ້ຜູ້ປະສົບໄພນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເນື່ອງຈາກຄູກັ້ນນໍ້າໄຟຟ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຊິ່ງໄດ້ຍົກຍ້າຍໄປປິ່ນປົວ ແລະ ອາໄສຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ເປັນການຊົ່ວຄາວ ແລະ ປະຊາຊົນທີ່ຍັງອາໄສຢູ່ບັນດາສູນພັກຊົ່ວຄາວຕ່າງໆຂອງເມືອງສະໜາມໄຊ.

ການລົງເຄື່ອນໄຫວວຽກງານຢູ່ເມືອງປາກຊ່ອງ ຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ພົບປະກັບປະທານສະພາປະຊາຊົນແຂວງ (ສພຂ) ຈຳປາສັກ, ສ່ວນການເຄື່ອນໄຫວຢູ່ເມືອງສະໜາມ ໄຊ ແມ່ນໄດ້ລົງໄດ້ເຄື່ອນໄຫວທັງໝົດ 7 ຈຸດ; ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ມີ 3 ຈຸດ: ຈຸດສາງບໍລິສັດດາວເຮືອງ, ໂຮງໝໍເມືອງປາກຊ່ອງ ແລະ ຈຸດໂຮງຮຽນມັດທະຍົມບ້ານປາກບ້ອງ ແລະ ຢູ່ແຂວງອັດຕະປື 5 ຈຸດ: ໂຮງຮຽນ ມັດທະຍົມສະໜາມໄຊ, ໂຮງໝໍແຂວງອັດຕະປື, ບ້ານດອນບົກ, ບ້ານຕາມໍຢອດ ແລະ ບ້ານປິ່ນດົງ.

ທ່ານປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການໂດຍຫຍໍ້ຂອງໄພພິບັດ ແລະ ຄວາມຄືບໜ້າໃນການປະຕິບັດງານພາກສະໜາມ ຈາກ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື ຫົວໜ້າຄະນະຊີ້ນຳພາກສະໜາມການປະຕິບັດວຽກກູ້ໄພພິບັດນໍ້າຖ້ວມ; ພ້ອມນັ້ນ, ທ່ານໄດ້ມອບເງິນສົດ ຈຳນວນ 19 ລ້ານກີບ ແລະ ເຄື່ອງບໍລິໂພກ, ອຸປະໂພກຈຳນວນໜຶ່ງທີ່ໄດ້ຈາກການລະດົມທຶນຈາກພະນັກງານນັບແຕ່ຂັ້ນການນຳຈົນເຖິງພະນັກງານວິຊາການພາຍໃນສະພາແຫ່ງຊາດ; ນອກນັນັ້ນ, ຍັງໄດ້ຮັບຈາກການລະດົມໄດ້ຈາກບໍລິສັດແສງເພັດ ກໍ່ສ້າງຂົວ-ທາງ-ເກັບກູ້ລະເບີດ ຊ່ວຍເຫຼືອເຂົ້າສານ ຈຳນວນ 30 ໂຕນ ມູນຄ່າ 180 ລ້ານກີບ, ເຄື່ອງບໍລິໂພກ ແລະ ອຸປະໂພກ ຈາກບໍລິສັດ BKK ອຸດສາຫະກຳ-ການຄ້າ ມູນຄ່າປະມານ 50 ລ້ານກວ່າກີບ ແລະ ທະນາຄານລາວ-ຫວຽດ ປະມານ 90 ລ້ານກວ່າກີບ ລວມມູນຄ່າທັງໝົດ 300 ລ້ານກວ່າ ກີບ ໃຫ້ແກ່ຜູ້ປະສົບໄພທີ່ໄດ້ຮັບບາດເຈັບ ແລະ ເຂົ້າຮັບການປິ່ນປົວຢູ່ຕາມໂຮງໝໍຕ່າງໆ ແລະ ປະຊາຊົນທີ່ອາໄສ ຢູ່ສູນພັກຊົ່ວຄາວຕ່າງໆ ລວມທັງເຂດທີ່ເສັ້ນທາງລົດຖືກຕັດຂາດ ສາມາດລຳລຽງການຊ່ວຍເຫຼືອໄດ້ດ້ວຍເຮືອບິນເທົ່ານັ້ນ; ນອກນັ້ນ, ຍັງໄດ້ພົບປະກັບບັນດານາຍທະຫານ, ໜ່ວຍກູ້ໄພ ແລະ ທີມອາສາສະໝັກທັງພາຍໃນ ແລະ ຕ່າງປະເທດ.

ໂອກາດດຽວກັນນີ້, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຫ່ວງໄຍຕໍ່ປະຊາຊົນລາວບັນດາເຜົ່າ ໂດຍສະເພາະປະຊາຊົນທີ່ໄດ້ຮັບຜົນກະທົບຕໍ່ເຫດການທີ່ບໍ່ຄາດຝັນດັ່ງກ່າວ; ທັງໄດ້ໃຫ້ທິດຊີ້ນຳ ແລະ ໃຫ້ກຳລັງໃຈຕໍ່ປະຊາຊົນທຸກຄົນ ຈົ່ງອົດທົນຜ່ານຜ່າອຸປະສັກອັນໂຫດຮ້າຍນີ້ ເຊື່ອວ່າອີກບໍ່ດົນຈະສາມາດກູ້ວິກິດນີ້ເຂົ້າສູ່ສະພາບປົກກະຕິໄດ້ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະທີ່ປະຈຳຢູ່ພາກສະໜາມ ແລະ ໜ່ວຍງານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຊ່ວຍເຫຼືອແກ້ວິກິດການໃນຄັ້ງນີ້ ແລະ ໄດ້ເນັ້ນໃຫ້ຄະນະຮັບຜິດຕ້ອງຮີບດ່ວນໃນການຊ່ວຍເຫຼືອແກ່ຜູ້ທີ່ຖືກຜົນກະທົບ ແລະ ຂໍໃຫ້ຄຸ້ມຄອງເຄື່ອງຊ່ວຍເຫຼືອໃຫ້ທົ່ວເຖິງກັນ.