ໜ່ວຍງານແຕ່ງກິນ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກອຸບັດຕິເຫດສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ຜູ້ທີ່ເຂົ້າໄປໃຫ້ຄວາມຊ່ວຍເຫຼືອໄດ້ກ່າວວ່າ: ປັດຈຸບັນສາມາດຮັບປະກັນໄດ້ທາງດ້ານສະບຽງອາຫານໃຫ້ພຽງພໍຕາມຄວາມຕ້ອງການຂອງຈຳນວນຄົນ ແຕ່ລະມື້.

ທ່ານ ນາງ ຍອຍຄຳ ພອນແກ້ວ ຫົວໜ້າໜ່ວຍງານແຕ່ງກິນ ໄດ້ໃຫ້ພາດວ່າ: ເພື່ອສະໜອງທາງດ້ານສະບຽງອາຫານໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ເກືອບ 6.000 ຄົນ ແລະ ໜ່ວຍງານຕ່າງໆທີ່ເຂົ້າມາຊ່ວຍເຫຼືອໃຫ້ໄດ້ຮັບອາຫານຢ່າງພຽງພໍ ( ກິນອີ່ມ )

ໄດ້ມີໜ່ວຍງານຈາກ 5 ເມືອງ ພາຍໃນແຂວງອັດຕະປື ຄື: ເມືອງສາມັກຄີໄຊ, ເມືອງໄຊເສດຖາ, ເມືອງພູວົງ, ເມືອງຊານໄຊ ແລະ ເມືອງສະໜາມໄຊ ເຂົ້າມາຊ່ວຍກັນແຕ່ງກິນນັບແຕ່ວັນທີ 24 ກໍລະກົດ ເປັນຕົ້ນມາ,

ສາມາດຮັບປະກັນອາຫານການກິນທີ່ຖືກຕ້ອງຕາມຫຼັກການຄວາມສະອາດ ໃຫ້ຈຳນວນຄົນຢູ່ສະຖານທີ່ນີ້ໄດ້ຢ່າງພຽງພໍ.

ສໍາລັບການແຕ່ງກິນ ໄດ້ແບ່ງອອກເປັນ 6 ຈຸດໃຫຍ່ຄື: ຢູ່ໂຮງຮຽນ ມສ ສະໜາມໄຊ, ໂຮງຮຽນປະຖົມມິດສຳພັນ, ໂຮງຮຽນອະນຸບານມິດສຳພັນ, ຫ້ອງການບ້ານມິດສຳພັນ, ຫ້ອງການສຶກສາເມືອງສະໜາມໄຊ ແລະ ຫ້ອງການປົກເມືອງສະໜາມໄຊ.