ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານເກັບກໍາຂໍ້ມູນ, ມູນເຊື້ອນັກຮົບເກົ່າທົ່ວປະເທດ ໃນລະຫວ່າງວັນທີ 1-2 ສິງຫາ 2018, ເປັນປະທານໂດຍ ພົຈວ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ຜູ້ຊີ້ນໍາວຽກງານໂຄສະນາອົບຮົມ, ມີຄະນະກົມ, ຫ້ອງການ, ຫົວໜ້າ-ຮອງພະແນກ, ພະນັກງານ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ພັອ ແສງທອງ ດວງບັນດິດ ຫົວໜ້າກົມໂຄສະນາອົບຮົມ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນ, ເຊິ່ງມີນັກສຳມະນາກອນມາຈາກແຂວງຕ່າງໆທົ່ວປະເທດ ຈຳນວນ 70 ສະຫາຍ; ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ເຊື່ອມຊຶມຄວາມໝາຍຄວາມສຳຄັນກ່ຽວກັບ ການເກັບກຳຂໍ້ມູນນັກຮົບເກົ່າທົ່ວປະເທດ, ໃຫ້ກຳແໜ້ນໃນການຂຽນແບບຟອມ ແລະ ວິທີການເກັບຂໍ້ມູນ ເພື່ອແນໃສ່ໃຫ້ບັນດານັກສຳມະນາກອນທີ່ໄດ້ຜ່ານການຝຶກອົບຮົມໃນຄັ້ງນີ້ ສາມາດນຳເອົາຄວາມຮູ້ໄປຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຂອງຕົນ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.

ການເກັບກຳຂໍ້ມູນກ່ຽວກັບມູນເຊື້ອຂອງບຸກຄົນສຳຄັນໃນຂະບວນການຕໍ່ສູ້ ແລະ ສະຖານທີ່, ຮ່ອງຮອຍປະຫວັດສາດການຕໍ່ສູ້ດັ່ງກ່າວ ມັນຈຶ່ງເປັນໜ້າທີ່ອັນສຳຄັນ ແລະ ຮີບດ່ວນຂອງພວກເຮົາທີ່ຈະໄດ້ອອກແຮງບຸກບືນຜ່ານຜ່າຂໍ້ຫຍຸ້ງຍາກເພື່ອເກັບຜົນງານ, ມູນເຊື້ອ ແລະ ສະຖານທີ່ດັ່ງກ່າວໄວ້ໃຫ້ລູກຫຼານໄດ້ສຶກສາຮໍ່າຮຽນຕໍ່ໄປ.