ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( ກົມ 509 ) ກະຊວງ ປກສ ໄດ້ໃຫ້ສໍາພາດກ່ຽວກັບ ການກະກຽມຄວາມພ້ອມໃນການຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳລັງກົມ 509 ຄົບຮອບ 40 ປີ ( 8 ສິງຫາ 1978-8 ສິງຫາ 2018 ) ໃນວັນທີ 6 ສິງຫານີ້ວ່າ: ພິທີດັ່ງກ່າວຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 8 ສິງຫາ 2018 ເຊິ່ງໃນພິທີສະຫຼອງຈະມີການດຳເນີນລາຍການຕ່າງໆທີ່ມີຄວາມໝາຍຄວາມສຳຄັນ ແລະ ຢ່າງຟົດຟື້ນມ່ວນຊື່ນ.

ພິທີສະເຫຼີມສະຫຼອງແມ່ນຈະເລີ່ມແຕ່ເວລາ 8:00 ໂມງ ເຖິງເວລາປະມານ 11:50 ໂມງ, ໂດຍຈະເລີ່ມດຳເນີນຕາມວາລະລາຍການທີ່ສຳຄັນ ເປັນຕົ້ນແມ່ນ: ບັນດາທ່ານທີ່ເຂົ້າຮ່ວມເຄົາລົບທຸງຊາດ, ຮັບຊົມຟີມມູນເຊື້ອ ແລະ ການສະແດງສິລະປະຈາກພະນັກງານກົມ 509, ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ສະບັບເລກທີ 1919/ປກສ ລົງວັນທີ 20 ຕຸລາ 2017 ວ່າດ້ວຍ ການຮັບຮອງວັນສ້າງຕັ້ງກໍາລັງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ປະທານພິທີຂຶ້ນປາຖະກະຖາບົດຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງກົມ 509, ຮັບຟັງການໂອ້ລົມຈາກຂັ້ນເທິງ ແລະ ມີການມອບຂອງຂວັນທີ່ລະນຶກໃຫ້ຂັ້ນເທິງ.

ກ່ອນຈະມີການສະເຫຼີມສະຫຼອງຢ່າງເປັນທາງການໃນຄັ້ງນີ້, ບັນດາອະນຸກຳມະການກະກຽມສະຫຼອງແຕ່ລະໜ້າວຽກ ໄດ້ມີຄວາມເອົາໃຈໃສ່ປະຕິບັດໜ້າວຽກຂອງຕົນດ້ວຍຄວາມຮັບຜິດຊອບສູງ; ໂດຍສະເພາະອະນຸກຳມະການວຽກງານຂະບວນການໄດ້ເອົາໃຈໃສ່ຝຶກຊ້ອມບົດສະແດງສິລະປະ-ວັນນະຄະດີ, ສຳເລັດການດຳເນີນຂະບວນການແຕ່ງຂັນກິລາແຕ່ລະປະເພດ ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ຄະນະນຳກົມ 509 ສາມາດກະກຽມພິທີສະຫຼອງວັນສໍາຄັນດັ່ງກ່າວໃຫ້ມີບັນຍາກາດຟົດຟື້ນ.

ໃນໂອກາດອັນສະຫງ່າລາສີນີ້, ພົຈວ ຄຳສາຍ ຈັນທະວົງ ໄດ້ຕາງໜ້າໃຫ້ຄະນະພັກ ຕະຫຼອດຮອດພະນັກງານ-ນັກຮົບ ອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ຄະນະພັກ-ຄະນະນຳທຸກຂັ້ນຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນຳ-ນຳພາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.