ວັນທີ 4 ສິງຫາ 2018, ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ທັງເປັນຜູ້ຊີ້ນຳວຽກງານຢູ່ເມືອງຊະນະສົມບູນ ພ້ອມດ້ວຍ ທ່ານ ສົມບູນ ເຮືອງວົງສາ ເຈົ້າເມືອງໆຊະນະສົມບູນ ໄດ້ເດີນທາງດ້ວຍເຮືອໄວລົງກວດກາສະພາບນ້ຳຖ້ວມ ແລະ ຢ້ຽມຢາມປະຊາຊົນຢູ່ເຂດບ້ານພັດທະນາສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກ ເຊິ່ງເປັນເຂດເໜືອສຸດຂອງເມືອງດັ່ງກ່າວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ການລົງເຮັດວຽກຢູ່ບ້ານພັດທະນາສຸລະ ໃນຄັ້ງນີ້, ພົຈວ ສີພັນ ວົງເຮືອງຄຳ ຕາງໜ້າການນຳຂອງແຂວງ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍທ່ານກ່າວວ່າ: ບັນຫານ້ຳຖ້ວມຢູ່ແຂວງຈຳປາສັກ ໃນຄັ້ງນີ້ ແມ່ນເກີດຈາກໄພທຳມະຊາດໂດຍກົງ ເນື່ອງຈາກສະພາບດິນຟ້າອາກາດມີການປ່ຽນແປງ ເຊິ່ງໄລຍະຜ່ານມາໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ, ບວກກັບກະແສນ້ຳທີ່ໄຫຼມາຈາກພາກເໜືອ ແລະ ພາກກາງເຮັດໃຫ້ປະລິມານແມ່ນ້ຳຂອງຢູ່ແຂວງຈຳປາສັກ ເພີ່ມຂຶ້ນກາຍເຂດອັນຕະລາຍ ແລະ ໄຫຼຖ້ວມເຮືອນຊານ, ໄຮ່ນາຮົ້ວສວນຂອງປະຊາຊົນຜູ້ຢູ່ເຂດຕໍ່າ ແລະ ມາຮອດປັດຈຸບັນນີ້ລະດັບນ້ຳຂອງຢູ່ພາຍໃນແຂວງຈຳປາສັກ ກໍໄດ້ຫຼຸດລົງກວ່າເກົ່າ.

ເພື່ອກຽມພ້ອມຮັບມືຕໍ່ເຫດການນ້ຳຖ້ວມ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຊີ້ນຳໃຫ້ອຳນາດການປົກຄອງຂອງບ້ານ ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ທ່ວງທັນກັບສະພາບການ ໂດຍອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານຕ້ອງມີຄວາມສາມັກຄີຊ່ວຍເຫຼືອຜູ້ທີ່ຖືກກະທົບນ້ຳຖ້ວມ ພ້ອມທັງມີການປະສານງານ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບ ແຕ່ລະໄລຍະ.

ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກຕື່ມອີກວ່າ: ຕໍ່ກັບສະພາບໄພນ້ຳຖ້ວມທີ່ເກີດຂຶ້ນ ກຳລັງ ປກຊ-ປກສ ບ້ານ ກໍຕ້ອງເອົາໃຈໃສ່ເຄື່ອນໄຫວເຮັດວຽກງານວິຊາສະເພາະຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ ໂດຍເອົາໃຈໃສ່ປຸກລະດົມຂວາຍໃຫ້ປະຊາຊົນຈົ່ງໄດ້ເອົາໃຈໃສ່ປົກປັກຮັກສາເຄື່ອງຂອງຊັບສິນຂອງຕົນເອງບໍ່ໃຫ້ເສຍຫາຍ, ເປັນຕົ້ນແມ່ນສັດລ້ຽງ, ເຄື່ອງຂອງຕ່າງໆຕ້ອງຍົກຍ້າຍໄປບ່ອນທີ່ສູງ, ການຊົມໄຊ້ໄຟຟ້າ, ການໃຊ້ລົດ, ໃຊ້ເຮືອຕ້ອງລະມັດລະວັງເພື່ອຮັບປະກັນບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນ.

ໃນຕອນທ້າຍ, ພົຈວ ສີພັນ ວົງເຮືອງຄຳ ແລະ ທ່ານ ສົມບູນ ເຮືອງວົງສາ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກຈຳນວນໜຶ່ງທີ່ອຳນາດການປົກຄອງເມືອງ ໄດ້ລະດົມຈາກຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງລວມມີເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ ແລະ ນ້ຳດື່ມຈຳນວນໜຶ່ງ ໃຫ້ປະຊາຊົນທີ່ຖືກຜົນກະທົບນ້ຳຖ້ວມຈຳນວນ 22 ຄອບຄົວ ເພື່ອບັນເທົາທຸກໃນຂັ້ນຕົ້ນ.