ໃນວັນທີ 7 ສິງຫາ 2018, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດລາວ ຄົບຮອບ 27 ປີ ( 15 ສິງຫາ 1991-15 ສິງຫາ 2018 ) ໂດຍການເປັນປະທານຂອງ ທ່ານ ຄຳສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າກົມ, ຮອງກົມ-ຫ້ອງການ, ອົງການໄອຍະການພາກກາງ, ສະຖາບັນຄົ້ວຄ້ວາ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ທ່ານ ຄຳສານ ສຸວົງ ໄດ້ຍົກໃຫ້ເຫັນວ່າ: ລັດຖະທຳມະນູນ ສປປ ລາວ ແມ່ນກົດໝາຍພື້ນຖານຂອງ ສປປ ລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດແຫ່ງ ສປປ ລາວ ຖືກປະກາດນຳໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991; ປະກອບມີທັງໝົດ 10 ໝວດ ແລະ 80 ມາດຕາ;

ຕໍ່ມາໃນເດືອນພຶດສະພາ 2003 ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ V ຈຶ່ງໄດ້ມີການຍື່ນຍັດຕິແກ້ໄຂລັດຖະທຳມະນູນເປັນຄັ້ງທຳອິດ, ເຊິ່ງໄດ້ມີການປ່ຽນແປງ ແລະ ເພີ່ມບາງໝວດ ແລະ ບາງມາດຕາ ເຂົ້າໃສ່ຕື່ມກາຍມາເປັນ 11 ໝວດ ແລະ 98 ມາດຕາ ໃນປັດຈຸບັນ; ໂດຍມີການຮັບຮອງເອົາຕາມມະຕິຕົກລົງຂອງສະພາແຫ່ງຊາດ ໃນວັນທີ 6 ພຶດສະພາ 2003 ແລະ ປະກາດນຳໃຊ້ໂດຍປະທານປະເທດແຫ່ງ ສປປ ລາວ ຕາມລັດຖະດຳລັດ ເລກທີ 032/ສປປລ ລົງວັນທີ 28 ພຶດສະພາ 2003; ອັນໄດ້ກາຍມາເປັນພື້ນຖານໃຫ້ແກ່ບັນດາກົດໝາຍຂະແໜງຕ່າງໆ ໂດຍສະເພາະໃນຂົງເຂດບໍລິຫານ ແລະ ຍຸຕິທຳ, ລວມເຖິງໃນຂົງເສດເສດຖະກິດ, ວັດທະນະທຳ-ສັງຄົມອີກດວ້ຍ.

ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັດຈຸບັນ (2003) ແມ່ນປະກອບມີເນື້ອໃນຢູ່ 12 ບັນຫາໃຫຍ່ຄື: ຄຳນຳກົດໝາຍລະບອບການເມືອງ (ໝວດທີ 1, ມີ 12 ມາດຕາ) ລະບອບເສດຖະກິດ-ສັງຄົມ (ໝວດທີ 2, ມີ 18 ມາດຕາ) ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ( ໝວດທີ 3, ມີ 3 ມາດຕາ ) ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ (ໝວດທີ 4, ມີ 18 ມາດຕາ) ສະພາແຫ່ງຊາດ (ໝວດທີ 5, ມີ 13 ມາດຕາ) ປະທານປະເທດ (ໝວດທີ 6, ມີ 4 ມາດຕາ) ລັດຖະບານ (ໝວດທີ 7, ມີ 6 ມາດຕາ) ການປົກຄອງທ້ອງຖິ່ນ (ໝວດທີ 8, ມີ 4 ມາດຕາ) ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ (ໝວດທີ 9, ມີ 10 ມາດຕາ ) ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ (ໝວດທີ 10, ມີ 7 ມາດຕາ) ບັນຍັດສຸດທ້າຍ (ໝວດທີ 11, ມີ 3 ມາດຕາ).