ຄະດີອຸປະຕິເຫດລົດກະບະຮຸນໃດ ຕໍາກັບລົດຈັກ ຢູ່ເສັ້ນທາງ 1D ເຂດບ້ານ ໜອງແດງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໃນວັນທີ 16 ເມສາ 2018   ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ, ບາດເຈັບເລັກນ້ອຍ 1 ຄົນ ແລ້ວຜູ້ຂັບຂີ່ເອົາຕົວຫຼົບໜີ,  ເຊິ່ງເຈົ້າໜ້າທີ່ຕໍາຫຼວດຕິດຕາມຈັບຕົວໄດ້ 4 ວັນຕໍມາ. ຜ່ານການດໍາເນີນຄະດີມາຮອດວັນທີ 30 ກໍລະກົດ 2018 ສານປະຊາຊົນ ຂັ້ນຕົ້ນ ແຂວງບໍລິຄໍາໄຊ ໄດ້ລົງໂທດຕັດອິດສາລະພາບຈໍາເລີຍ ຈໍາຄຸກ 5 ປີກວ່າ ພ້ອມທັງໃຊ້ແທນຄ່າເສຍຫາຍທາງແພ່ງຈໍານວນ  224.000.000 ກີບ.

ຄະດີດັ່ງກ່າວ, ຈໍາເລີຍ ຊື່ ທ້າວ ຄໍາ ອາຍຸ 27 ປີ ປະຊາຊົນ ຢູ່ບ້ານຊໍາກໍທອງ ເມືອງທ່າໂທມ ແຂວ ໄຊສົມບູນ. ຕາມສໍານວນຄະດີ ກ່ອນເກີດເຫດ, ເວລາປະມານ 8 ໂມງ ຂອງວັນທີ 16 ເມສາ 2018 ທ້າວ ຄໍາ (ຈໍາເລີຍ) ໄດ້ຂັບຂີ່ ລົດກະບະຮຸນໃດ ຍີ່ຫໍ້ ແດຫັນ ສີຂາວ ໝາຍເລກທະບຽນ ກຍ 1195 ກໍາແພງນະຄອນ ອອກຈາກເຮືອນຢູ່ບ້ານ ຊໍາກໍທອງ ເມືອງ ທ່າໂທມ ແຂວງໄຊສົມບູນ ພ້ອມກັບໝູ່ສອງຄົນຄື ທ້າວ ໝັ້ນ ແລະ ທ້າວ ນຶກ ຈຸດປະສົງແມ່ນຈະໄປຢ້ຽມຢາມຫຼານສາວ  ຢູ່ບ້ານຊຽງລື ເມືອງບໍລິຄັນ ແຂວງບໍລິຄໍາໄຊ.  ພໍໄປຮອດພວກຜູ້ກ່ຽວ ກໍໄດ້ພາກັນຊື້ເບຍມາດື່ມປະມານ 4 ແກ້ວ.

ຈາກນັ້ນ, ຈິ່ງໄດ້ພາກັນອອກໄປຫຼີ້ນຢູ່ບ້ານຫວ້າ  ຮອດເວລາປະມານ 18 ໂມງຂອງວັນດຽວກັນ  ຈຶ່ງໄດ້ຊວນກັນກັບບ້ານ, ເຊິ່ງແມ່ນ ທ້າວ ຄໍາ ເປັນຜູ້ຂັບລົດ ແລະ ໄດ້ພາກັນຂັບລົດມຸ່ງໜ້າອອກຈາກບ້ານຫວ້າ.  ພໍເດີນທາງມາຮອດຈຸດເກີດເຫດ ບ້ານໜອງແດງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ໃນເວລານັ້ນ ຈໍາເລີຍໄດ້ແນມເຫັນແສງໄຟຕາລົດຈັກຄັນໜຶ່ງ ຂັບຂີ່ມາແຕ່ທິດກົງກັນຂ້າມທາງເບື້ອຊ້າຍມື ສ່ວນລົດຈໍາເລີຍແມ່ນໄດ້ຂັບຂີ່ຄາບເສັ້ນແບ່ງຂອງທາງ ແລະ ໄພຕາລົດແມ່ນບໍ່ຮູງ ອາໃສໄພຕາລີ ເຮັດໃຫ້ແສງສະຫວ່າງບໍພຽງພໍ, ພໍຍັບເຂົ້າໄປໃກ້ປະມານ 3-4 ແມັດ ຈໍາເລີຍຈິ່ງລ້ຽວຫົວລົດໄປທາງເບື້ອງຊ້າຍມື ເພື່ອຈະຫຼີກລົດຈັກຄັນດັ່ງກ່າວ ແຕ່ບໍ່ຫວິດ ຈິ່ງເຮັດໃຫ້ບໍລິເວນຕາລົດເບື້ອງຂວາມື ໄປຕໍາກັບລົດຈັກຂອງທ້າວ ຊາຍພອນ ອາຍຸ 35 ປີ ປະຊາຊົນ  ບ້ານນາກຸນ ເມືອງບໍລິຄັນ  ແຂວງບໍລິຄໍາໄຊ ທີ່ຂັບຂີ່ຊ້ອນກັນມາກັບເມຍ ແລະ ລູກນ້ອຍ 1 ຄົນ ຢ່າງຮຸນແຮງຈົນເຮັດໃຫ້ທ້າວ ຊາຍພອນ ເສຍຊີວິດກັບທີ່, ຜູ້ເປັນລູກແມ່ນໄດ້ຮັບບາດເຈັບເລັກນ້ອຍ, ເມຍແມ່ນໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍມາ. ແຕ່ ທ້າວ ຄໍາ ຈິ່ງໄດ້ຂັບລົດເອົາຕົວຫຼົບໜີ, ສ່ວນສົບຂອງຜູ້ເສຍຊີວິດເຈົ້າໜ້າທີ່ໄດ້ມອບໃຫ້ຍາດຕິພີ່ນ້ອງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງຈັດພິທີສົ່ງສະການຕາມຄິດຄອງປະເພນີເປັນທີ່ຮຽບຮ້ອຍ.

ມາຮອດວັນທີ 20 ເມສາ 2018 ເຈົ້າໜ້າທີ່ຈິ່ງສາມາດກັກຕົວ ທ້າວ ຄໍາ ມາດຳເນີນຄະດີຕາມລະບຽບກົດໝາຍ. ຜ່ານກາດໍາເນີນກນສືບສວນ-ສອບສວນ  ຂອງເຈົ້າໜ້າທີ່, ທ້າວ ຄໍາ  ແມ່ນໄດ້ລະເມີດລະບຽບຈາລະຈອນແທ້;  ເຊິ່ງຜູ້ກ່ຽວໄດ້ດື່ມສິ່ງມືນເມົາແລ້ວຂັບລົດ, ຂັບຂີ່ລົດດ້ວຍຄວາມປະໝາດ, ສະພາບເຕັກນິກລົດຂອງຜູ້ກ່ຽວກໍບໍ່ຮັບປະ ກັນແຕ່ກໍຍັງຂັບຂີ່ (ຕາລົດບໍ່ຮຸ່ງ ) ການກະທໍາດັ່ງກ່າວແມ່ນຜິດຕໍ່ມາດຕາ 86 ແລະ 87 ຂອງກົດໝາຍອາຍາ ວ່າດ້ວຍການລະເມີດກົດຈາລະຈອນທີ່ພາໃຫ້ເກີດອຸປະຕິເຫດ ແລະ  ການຫຼົບໜີຈາກອຸປະຕິເຫດ.

ສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງບໍລິຄໍາໄຊ  ຄົ້ນຄ້ວາບັນດາເນື້້ອໃນສໍານວນຄະດີ  ພ້ອມທັງໄຕສວນຈໍາເລີຍ ແລະ ຈໍາເລີຍກໍໄດ້ຮັບຄໍາສາລະພາບຕາມຄວາມຜິດທີ່ຈໍາເລີຍກໍຂຶ້ນ, ສະນັ້ນ,  ຈິ່ງຕັດສິນ ຕັດອິດສະຫຼະພາບ ລົງໂທດ ທ້າວ ຄໍາ  ຈໍາຄຸກ 5 ປີ 6 ເດືອນ, ປັບໃໝ 700.000 ກີບ ແລະ ໃຊ້ແທນຄ່າເສຍຫາຍທາງແພ່ງຈໍານວນ  224.000.000 ກີບ.