ໂຮງຮຽນທິດສະດີການເມືອງ ກະຊວງ ປກສ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບປະກາສະນີຍາບັດ ໃຫ້ນັກສຶກສາອະນຸປະລິນຍາ ຮຸ່ນທີ XI ຈຳນວນ 60 ສະຫາຍ ຍິງ 7 ສະຫາຍ ໃນວັນທີ 8 ສິງຫາ 2018 ເຂົ້າຮ່ວມ ແລະ ມອບໃບປະກາສະນີຍາບັດ ໂດຍ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ພັທ ປທ ຄຳແວ່ນ ສີຫາລາດ ຮອງຫົວໜ້າອຳນວຍການໂຮງຮຽນທິດສະດີການເມືອງ ປກສ ກ່າວວ່າ: ຕະຫຼອດໄລຍະ 2 ປີ ຜ່ານມາ, ນັກສຶກສາລະບົບອະນຸປະລິນຍາ ຮຸ່ນທີ XI ທີ່ໄດ້ສຶກສາຄົ້ນຄວ້າຮໍ່າຮຽນມາແຕ່ວັນທີ 16 ກັນຍາ 2016 ແລະ ໄດ້ປະຕິບັດການຮຽນ-ການສອນຕາມໂຄງການຫຼັກສູດຢ່າງເປັນລະບົບຕໍ່ເນື່ອງ ແລະ ຄົບຖ້ວນຕາມເນື້ອໃນໂຄງການຫຼັກສູດທີ່ໄດ້ກຳນົດໄວ້;

ເຊິ່ງປີທີ 1 ວິຊາຮຽນປະກອບມີ 17 ວິຊາ ເທົ່າກັບ 42 ໜ່ວຍກິດ, ມີ 960 ຊົ່ວໂມງ, ຂຶ້ນຫ້ອງຮຽນ 448 ຊົ່ວໂມງ, ກຽມ ແລະ ສໍາມະນາ 320 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ, ທວນ ແລະ ສອບ ເສັງ 192 ຊົ່ວໂມງ ແລະ ປີທີ 2 ວິຊາຮຽນປະກອບມີ 15 ວິຊາ ເທົ່າກັບ 41 ໜ່ວຍກິດ, ມີ 816 ຊົ່ວໂມງ, ຂຶ້ນຫ້ອງຮຽນ 482 ຊົ່ວໂມງ, ກຽມ ແລະ ສຳມະນາ 228 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ, ທວນ ແລະ ສອບເສັງ 96 ຊົ່ວໂມງ.

ຜ່ານການສຶກສາ, ຄົ້ນຄວ້າຮໍ່າຮຽນສາມາດເຮັດໃຫ້ນັກສຶກສາອະນຸປະລິນຍາ ຮຸ່ນທີ XI ທີ່ກໍາລັງຈະຈົບໄປນີ້, ໄດ້ມີຄວາມຮູ້ພື້ນຖານທາງດ້ານທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກຢ່າງເປັນລະບົບຄົບຊຸດ, ຕໍ່ເນື່ອງ ແລະ ເລິກເຊິ່ງສົມຄວນ, ບົນພື້ນຖານຄວາມຮູ້ດັ່ງກ່າວນັ້ນ, ນັກສຶກສາໄດ້ມີການປັບປຸງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີນຳພາ-ບັນຊາຂອງຕົນສູງຂຶ້ນຕື່ມອີກບາດກ້າວໜຶ່ງ, ທັງມີຄວາມໜັກແໜ້ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ອຸດົມການ ແລະ ພາລະກິດປະຕິວັດຂອງພັກເຮົາ, ເຊິ່ງມັນໄດ້ເປັນການປຸກລະດົມຄວາມກະຕືລື້ລົ້ນ, ຄວາມຕັດສິນໃຈສູງ ແລະ ນໍ້າໃຈຝົດຟື້ນປະຕິວັດເຮັດສຳເລັດໜ້າທີ່ການເມືອງຂອງຕົ້ນເປັນຢ່າງດີ; ຜ່ານການຮຽນ 2 ປີ ໄດ້ເກຼດ A ມີ 60 ສະຫາຍ 100%, ສະເພາະຜົນຂອງການປ້ອງກັນບົດຈົບຊັ້ນ ໄດ້ເກຼດ A ມີ 45 ສະຫາຍ ເທົ່າກັບ 75% ແລະ ໄດ້ເກຼດ B+ ມີ 15 ສະຫາຍ ເທົ່າກັບ 25%.

ພົຈວ ອາລູ ວາລີຊື ໄດ້ເນັ້ນໃຫ້ຄະນະພັກ-ຄະນະອໍານວຍການໂຮງຮຽນ ແລະ ນັກສຶກສາທີ່ກຳລັງຈົບນີ້, ເຊິ່ງພະນັກງານ, ຄູ-ອາຈານຕ້ອງເປັນເຈົ້າການ ແລະ ທັງເປັນແບບຢ່າງໃນວຽກງານຂອງຕົນ, ມີລະບຽບວິໄນເຂັ້ມງວດ, ຄູຕ້ອງເອົາໃຈໃສ່ຄົ້ນຄວ້າແຕ່ງບົດສອນຂອງຕົນໃຫ້ດີ, ທັງຊອກວິທີການຖ່າຍທອດຄວາມຮູ້, ໃຫ້ສອດຄ່ອງກັບເປົ້າໝາຍ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນຄູສອນດີ-ສອນເກັ່ງ ໄດ້ຮັບຄວາມນັບຖືເຊື່ອໝັ້ນຈາກນັກສຶກສາ, ກົງກັນຂ້າມຖ້າຄູ-ອາຈານສິດສອນບໍ່ເກັ່ງຂາດຄວາມເປັນແບບຢ່າງ, ແບບແຜນວິທີເຮັດວຽກບໍ່ດີ ແລ້ວກໍຈະເຮັດໃຫ້ນັກສຶກສາຂາດຄວາມເຊື່ອຖືຄຸນນະພາບຂອງການສຶກສາຈະບໍ່ສູງ, ສຳລັບບັນດານັກສຶກສາທີ່ຈົບອອກໄປຕ້ອງເອົາໃຈໃສ່ຝຶກຝົກຫຼ່ໍຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີອຸດົມການທີ່ຖືກຕ້ອງ, ມີທັດສະນະຫຼັກໝັ້ນຮູ້ຈຳແນກມິດ ແລະ ສັດຕູຢ່າງຈະແຈ້ງ,

ມີຄຸນສົມບັດສິນທຳປະຕິບັດມີແບບແຜນດຳລົງຊີວິດທີປອດໃສຂາວສະອາດ, ມີແບບແຜນທີ່ເຮັດວຽກງານທີ່ດີ, ສືບຕໍ່ຄົ້ນຄວ້າກຳແໜ້ນບັນດາຫຼັກມູນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແຜນນະໂບບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ການເປັນພະນັກງານນຳພາ-ບັນຊາໃນ ທຸກກຂົງເຂດວຽກງານ, ມີຄວາມສາມາດໂຄສະນະເຜີຍແຜ່ແນວທາງ ແລະ ແຜນນະໂຍບາຍ, ຊຸກຍູ້ປຸກລະດົມລະດົມການຕ່າງຢູ່ໃນກົມທ້ອງຖິ່ນຕົນໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນ.