ວິທະຍາຄານປ້ອງກັນຄວາມສະຫງົບ ( ວປສ ) ແຫ່ງຊາດ ໄດ້ປະກາດປັບປຸງການຈັດຕັ້ງຂັ້ນພະແນກ, ພາກວິຊາ ໃນວັນທີ 7 ສິງຫາ 2018, ເປັນປະທານໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວປສ ແຫ່ງຊາດ, ມີຄະນະອໍານວຍການ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງຫ້ອງ ແລະ ຄູ-ອາຈານເຂົ້າຮ່ວມ.

ພັທ ປອ ສີພອນ ພັນທະວົງ ຫົວໜ້າຫ້ອງການເມືອງ ວປສ ແຫ່ງຊາດ ຜ່ານຂໍ້ຕົກລົງເລກທີ 482/ວປສ ລົງວັນທີ 1 ສິງຫາ 2018 ຂອງຜູ້ອໍານວຍການ ວປສ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກທີ່ຂຶ້ນກັບບັນດາຫ້ອງ, ຄະນະວິຊາທີ່ຂຶ້ນກັບ ວປສ ແຫ່ງຊາດ, ໂດຍຕົກລົງແຕ່ງຕັ້ງຫົວໜ້າ-ຮອງພະແນກຕ່າງໆ ຄື: ພະແນກເສນາທິການຄົ້ນຄວ້າສັງລວມ, ພະແນກເອກະສານຂາເຂົ້າ-ຂາອອກ ແລະ ສໍານວນ-ສໍາເນົາເອກະສານ, ພະແນກບໍລິຫານ ແລະ ພົວພັນຕ່າງປະເທດ, ພະແນກຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ພະແນກພັກ-ອົງການຈັດຕັ້ງມະຫາຊົນ, ພະແນກນະໂຍບາຍ-ປະກັນສັງຄົມ, ພະແນກກວດກາ-ປ້ອງກັນກໍາລັງ, ພະແນກໂຄສະນາ-ຂ່າວສານ, ສິລະປະ-ກິລາ, ພະແນກແຜນການ-ການເງິນ, ພະແນກຄຸ້ມຄອງການຜະລິດ ແລະ ສິ່ງແວດລ້ອມ, ພະແນກແຜນການ ແລະ ຊັບສິນ, ພະແນກອຸປະໂພກ-ບໍລິໂພກ, ພະແນກເສນາຮັກ, ພະແນກເຕັກນິກ ແລະ ຍຸດໂທ, ພະແນກປຸງແຕ່ງອາຫານ, ພະແນກຄຸ້ມຄອງຄົ້ນຄວ້າວິທະຍາສາດ, ພະແນກຄຸ້ມຄອງການສຶກສາຫຼັງປະລິນຍາຕີ, ພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ພະແນກຄຸ້ມຄອງການສຶກສານອກລະບົບ, ພະແນກຄຸ້ມຄອງຫໍສະໝຸດ, ພະແນກການພິມ ແລະ ການຜະລິດ, ພະແນກຄຸ້ມຄອງອຸປະກອນເຕັກນິກການສອນ, ພະແນກຄຸ້ມຄອງລະບຽບນັກສຶກສາ, ພະແນກຄຸ້ມຄອງກິດຈະກໍານັກສຶກສາ, ພາກວິຊາສະຖິຕິ ແລະ ສໍານວນ-ສໍາເນົາ, ພາກວິຊາກົດໝາຍນິຕິສາດ, ພາກວິຊາກົດໝາຍເສດຖະກິດ-ສັງຄົມ, ພາກວິຊາກົດໝາຍລັດຖະສາດ, ພາກວິຊາມວຍປ້ອງກັນຕົວ, ພາກວິຊາພາສາ-ວັດທະນະທໍາລາວ, ພາກວິຊາສັນນະສູດ ແລະ ກວດພິສູດ, ພາກວິຊາເຕັກນິກສືບຂ່າວ ແລະ ຕ້ານສືບຂ່າວ, ພາກວິຊາສະເພາະພື້ນຖານສັນຕິບານ, ພາກວິຊາທິດສະດີລວມວິທະຍາສາດ, ສືບສວນ-ສອບສວນອາຍາ, ພາກວິຊາສືບສວນ-ສອບສວນໂທດສະເພາະ, ພາກວິຊາຈັດຕັ້ງ ແລະ ຍຸດທະວິທີຕ້ານນັກສືບ, ພາກວິຊາຕ້ານປະຕິການກໍ່ການຮ້າຍ, ພາກວິຊາປ້ອງກັນການເມືອງພາຍໃນ, ພາກວິຊາປ້ອງກັນການນໍາພັກ-ລັດ ແລະ ພາກວິຊາຄຸ້ມຄອງຄວາມສະຫງົບ ໃນຂົງເຂດການລົງທຶນຂອງຕ່າງປະເທດ.

ນອກນັ້ນ, ກອງປະຊຸມຍັງໄດ້ປະກາດສັບຊ້ອນນາຍຕໍາຫຼວດ ທີ່ສໍາເລັດການສຶກສາລະດັບປະລິນຍາຕີ ຈາກ ວປສ ແຫ່ງຊາດ ສົກປີ 2018 ເຂົ້າບັນດາຫ້ອງ, ຄະນະພາກວິຊາຕ່າງໆທີ່ຂຶ້ນກັບ ຄື: ຫ້ອງການເມືອງ 1 ສະຫາຍ, ຫ້ອງຄຸ້ມຄອງຫຼັກສູດ-ການສຶກສາ 2 ສະຫາຍ, ຫ້ອງຄຸ້ມຄອງວິທະຍາສາດ 1 ສະຫາຍ, ຫ້ອງຄຸ້ມຄອງນັກສຶກສາ 1 ສະຫາຍ, ຄະນະວິຊາການທະຫານກິລາ-ມວຍ 3 ສະຫາຍ, ຄະນະວິຊາພື້ນຖານສັນຕິບານ 1 ສະຫາຍ, ຄະນະວິຊາຕ້ານນັກສືບ 1 ສະຫາຍ, ຄະນະວິຊາຕ້ານປະຕິການ 2 ສະຫາຍ, ຄະນະວິຊາສືບສວນ-ສອບສວນ 1 ສະຫາຍ ແລະ ຄະນະວິຊາປ້ອງກັນພາຍໃນ 1 ສະຫາຍ.