ປັດຈຸບັນນີ້, ການນຳໃຊ້ຄອມພິວເຕີ ເປັນສິ່ງໜຶ່ງທີ່ຈຳເປັນໃນຊິວິດປະຈຳວັນຂອງຄົນເຮົາ ເພາະການເຮັດວຽກງານຕ່າງໆແມ່ນຈະນຳໃຊ້ຄອມພິວເຕີ ເພື່ອເກັບຂໍ້ມູນຕ່າງໆ. ດັ່ງນັ້ນ, ເຮົາຈະນຳໃຊ້ຄອມພິວເຕີ ເພື່ອທີ່ບໍ່ເປັນອັນຕະລາຍຕໍ່ຕົນເອງແນວໃດ. ດັ່ງນັ້ນ, ທ່ວນຄວນປະຕິບັດດັ່ງລຸ່ມນີ້:


1. ໃຊ້ຄອມພິວເຕີ 1-2 ຊົ່ວໂມງ ແລ້ວຄວນພັກ 10-15 ນາທີ ໂດຍການຫຼັບຕາ, ຫຼຽວເບິ່ງຕົ້ນໄມ້ໃບຫຍ້າບໍລິຫານສາຍຕາດ້ວຍການເຫຼືອກຕາເປັນວົງມົນ 5-6 ຮອບ, ໃຊ້ນີ້ວມືແຕະຫົວຕາແຕ່ລະຂ້າງ ແລ້ວບີບເປັນຈຸດໆ 1-2 ນາທີ.
2. ຕັ້ງຈໍຄອມພິວເຕີ ຫ່າງຈາກສາຍຕາປະມານ 50-60 ຊັງຕີແມັດ, ລະດັບຕໍ່າກວ່າສາຍຕາເລັກນ້ອຍ ເພື່ອຫຼຸດການລວມເປັນຈຸດຂອງແສງ, ສ່ວນຄວາມແຈ້ງສະຫວ່າງຄວນໃຫ້ປະມານ 3 ເທົ່າ ຂອງແສງແວດລ້ອມໃນບໍລິເວນທີ່ໃຊ້ຄອມພິວເຕີ.

3. ຈັດທ່ານັ່ງໃຫ້ຖືກຕ້ອງ ເຊັ່ນ: ເວລາພິມ, ແຂນສອກ ແລະ ແປ້ນພິມຕ້ອງຢູ່ໃນລະດັບດຽວກັນ, ຂາສອງຂ້າງວາງລຽບກັບພື້ນ, ນັ່ງໂຕຊື່, ຢ່າເຮັດ ໃຫ້ຂໍ້ມືກົ່ງໂຄ້ງຜິດປົກກະຕິ.
4. ຄວນເຄື່ອນເໜັງຮ່າງກາຍເປັນໄລຍະໆ ເຊັ່ນ: ກຳມື ແລ້ວປ່ອຍມື, ນວດບ່າ, ຄໍ, ຢືດແຂນ ແລະ ລຸກຂຶ້ນຢືນເໜັງຕົວໄປ-ມາເປັນໄລຍະໆ.
5. ໝັ່ນອານາໄມປັດຂີ້ຝຸ່ນ, ຮັກສາຄວາມສະອາດຂອງຄອມພິມເຕີ ເພື່ອຫຼຸດຜ່ອນການສະສົມຂອງເຊື້ອພະຍາດ.