ໃນໂອກາດທີ່ວັນສື່ມວນຊົນແຫ່ງຊາດ ຄົບຮອບ 68 ປີ (13 ສິງຫາ 1950-13 ສິງຫາ 2018) ທີ່ໃກ້ຈະໝູນວຽນມາຮອດອີກວາລະໜຶ່ງ, ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນອ້ອມຂ້າງສູນກາງ ໃນວັນທີ 8 ສິງຫາທີ່ຜ່ານມາວ່າ: ການປະຕິບັດວຽກງານສື່ມວນຊົນໃນປັດຈຸບັນ ແມ່ນພົບກັບຄວາມຫຍຸ້ງຍາກທ້າທາຍຫຼາຍປະການ ແຕ່ເພື່ອແກ້ໄຂສິ່ງເຫຼົ່ານັ້ນ, ບັນດາສື່ມວນຊົນແຕ່ລະພາກສ່ວນ ຕ້ອງເປັນເຈົ້າການປະຕິບັດໜ້າທີ່ດ້ວຍຄວາມຮັບປະກັນໃຫ້ໄດ້ຕາມ 4 ລັກສະນະ.

ທ່ານໃຫ້ທັດສະນະວ່າ: ປັດຈຸບັນ, ການປະຕິບັດວຽກງານສື່ມວນຊົນ ແມ່ນພວມປະເຊີນກັບຄວາມຫຍຸ້ງຍາກທ້າທາຍທົດສອບຫຼາຍປະການ ເປັນຕົ້ນແມ່ນອຸປະກອນທາງດ້ານເຕັກນິກຍັງເປັນແບບເກົ່າ, ຄວາມຮັບຮູ້ທາງດ້ານການເມືອງ-ດ້ານວິຊາສະເພາະຂອງ ພະນັກງານນັກຂ່າວຈຳນວນໜຶ່ງຍັງມີຂີດຈຳກັດ, ລາຍຮັບຂອງອົງການສື່ມວນຊົນທາງດ້ານວິຊາການມີທ່າອ່ຽງຫຼຸດລົງ ໂດຍສະເພາະແມ່ນສື່ສິ່ງພິມ ເນື່ອງຈາກວ່າສື່ສັງຄົມອອນລາຍເຂົ້າມາມີບົດບາດຢູ່ໃນສັງຄົມ.

ດັ່ງນັ້ນ, ເພື່ອເປັນການແກ້ໄຂບັນຫາດັ່ງກ່າວບັນດາສື່ມວນຊົນ ຕ້ອງເປັນເຈົ້າການໂຄສະນາເຜີຍແຜ່ຂ່າວສານຕ່າງໆໂດຍຮັບປະກັນໃຫ້ໄດ້ຕາມ 4 ລັກສະນະ ຂອງສື່ມວນຊົນຄື: ລັກສະນະຄວາມເປັນຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້.

ຕິດພັນກັບ 4 ລັກສະນະດັ່ງກ່າວ, ບັນດາສື່ມວນຊົນຕ້ອງສືບຕໍ່ຍົກລະດັບຄວາມຮູ້ທາງດ້ານແນວທາງ-ດ້ານວິຊາສະເພາະ, ກຳແໜ້ນຈັນຍາບັນຂອງນັກຂ່າວ, ລະບຽບການຕ່າງໆອັນສຳຄັນ ແມ່ນກຳແໜ້ນການຂຽນ-ເວົ້າພາສາລາວໃຫ້ຖືກຫຼັກໄວຍະກອນ; ຄຽງຄູ່ກັນນີ້, ສື່ມວນຊົນກໍຕ້ອງຮູ້ນຳໃຊ້ເຄື່ອງມືເຕັກໂນໂລຊີແບບໃໝ່, ສື່ແບບໃໝ່ ກໍຄືສື່ສັງຄົມອອນລາຍ ມາຊ່ວຍໃນການປັບປຸງການປະຕິບັດວຽກງານໃນບໍລິການດ້ານຂໍ້ມູນຂ່າວສານໃຫ້ວ່ອງໄວ ແລະ ສາມາດດຶງດູດຜູ້ອ່ານ, ຜູ້ຊົມ, ຜູ້ຟັງໃຫ້ມີຄວາມນິຍົມຫຼາຍຂຶ້ນ ແນໃສ່ສ້າງລາຍຮັບໃຫ້ເພີ່ມຂຶ້ນນຳອີກດ້ວຍ.

ນັບແຕ່ໄດ້ຮັບການສ້າງຕັ້ງມາຮອດປັດຈຸບັນ, ອົງການສື່ມວນຊົນໄດ້ຮັບການພັດທະນາຢ່າງກ້າວກະໂດດ ແລະ ຮອບດ້ານບໍ່ວ່າທາງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະສື່ມວນຊົນທຸກຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນໄດ້ມີການພັດທະນາທາງດ້ານເນື້ອໃນ ແລະ ຮູບແບບການນຳສະເໜີຂ່າວຜ່ານວິທະຍຸ, ໂທລະພາບ ແລະ ສື່ແບບໃໝ່; ມາຮອດປັດຈຸບັນ, ໜັງສືພິມໄດ້ເພີ່ມຂຶ້ນເປັນ 13 ສະບັບ, ໃນນີ້ອອກເປັນລາຍວັນ 11 ສະບັບ, ລາຍປັກ-ລາຍອາທິດ 2 ສະບັບ, ວາລະສານ 90 ກວ່າສະບັບ; ດ້ານວິທະຍຸກະຈາຍສຽງໃນຂອບເຂດທົ່ວປະເທດໃນ 18 ແຂວງ ກໍລ້ວນແລ້ວແຕ່ມີສະຖານີວິທະຍຸປະຈຳຢູ່ເມືຶອງ ແລະ ເທດສະບານຂອງແຂວງ, ນະຄອນ ແລະ ໃນສູນກາງ ໂດຍສະເພາະຢູ່ໃນນະຄອນຫຼວງວຽງຈັນ ກໍມີວິທະຍຸກະຈາຍສຽງແຫ່ງຊາດ, ວິທະຍຸນະຄອນຫຼວງ, ວິທະຍຸຊາວໜຸ່ມ ແລະ ສະເພາະໂທລະພາບ ມາຮອດປີ 2018 ກໍໄດ້ມີໂທລະພາບລະດັບສູນກາງ.

ນອກນັ້ນ, ທຸກສື່ມວນຊົນກໍຍັງມີຊ່ອງການເຜີຍແຜ່ຂໍ້ມູນຂ່າວສານຂອງຕົນໂດຍໃຊ້ສື່ແບບໃໝ່ ທີ່ເອີ້ນວ່າ “ສື່ສັງຄົມອອນລາຍ” ໂດຍສະເພາະແມ່ນບັນດາສື່ສິ່ງພິມ ແລະ ສື່ເອເລັກໂຕຼນິກ ກໍລ້ວນແລ້ວແຕ່ມີສື່ແບບໃໝ່ຂອງຕົນໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ວ່ອງໄວທັນການ ແລະ ອັນພິເສດກໍແມ່ນສາມາດຖ່າຍທອດສົດບັນດາເຫດການສຳຄັນຕ່າງໆ.