ກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານຄໍາສັ່ງ ສະບັບເລກທີ 01/ກມສພ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກແໜ້ນ ໃນວັນທີ 8 ສິງຫາ 2018 ໂດຍການເຜີຍແຜ່ຂອງ ພັທ ຊຽງພັນ ອິນທະປັນຍາ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ມີບັນດາຄະນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ພະນັກງານພາຍໃນກອງບັນຊາການເຂົ້າຮ່ວມ.

ພັທ ຊຽງພັນ ອິນທະປັນຍາ ກ່າວວ່າ: ການເຜີຍແຜ່ເອກະສານຄັ້ງນີ້ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ, ເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຮູ້ນໍາພາຈັດຕັ້ງປະຕິບັດແຜນ ການ, ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ, ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ.

ນອກນີ້, ຍັງໄດ້ເຜີຍແຜ່ຄໍາແນະນໍາ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການ ເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ແຈ້ງການເລກທີ 212/ຄພ.ຈລ ລົງວັນທີ 16 ກໍລະກົດ 2018 ຂອງຄະນະບໍລິຫານງານພັກເມືອງຈັນທະບູລີ ເລື່ອງ: ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັນ.

ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ເຜີຍແຜ່ມະຕິຕົກລົງ ເລກທີ 362/ຄພ.ຈລ, ລົງວັນທີ 29 ມິຖຸນາ 2018 ຂອງຄະນະພັກຮາກຖານກອງບັນຊາການ ປກສ ເມືອງຈັນທະບູລີ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງຈັນທະບູລີ.