ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຊີ້ນຳຄະນະບໍລິຫານງານພັກ ແລະ ພະນັກງານການນຳ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ເອົາໃຈໃສ່ປັບປຸງພາຍໃນພັກ ໂດຍເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງການຈັດຕັ້ງ, ມີການຕິດຕາມກວດກາເປັນປົກກະຕິ ແລະ ຮັບປະກັນຄຸນນະພາບວຽກງານວິຊາສະເພາະ.

ການຊີ້ນໍາສະຫາຍ ປອ ບຸນທອງ ຈິດມະນີ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍຜົນຂອງການດຳເນີນຊີວິດການເມືອງ ປັບປຸງປົວແປງພາຍໃນພັກຂອງຄະນະພັກ ກະຊວງ ຍທຂ ໃນວັນທີ 17 ສິງຫານີ້ ເປັນປະທານໂດຍ ສະຫາຍ ປອ ບຸນຈັນ ສິນທະວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ ເຊິ່ງສະຫາຍກ່າວວ່າ: ຄະນະພັກກະຊວງ ຍທຂ ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ແຂງແຮງ ແລະ ເລີກເຊິ່ງກວ່າເກົ່າ ເພື່ອເຮັດໃຫ້ມີຄວາມເປັນເອກະພາບ, ຍົກສູງສະຕິຕໍ່ການຈັດຕັ້ງ, ສະຕິເຄົາລົບລະບຽບກົດໝາຍ, ມີຄວາມຮັບຜິດຊອບ ແລະ ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ແກ້ໄຂແນວຄິດກຸ່ມກ້ອນ, ຄົນເຈົ້າ-ຄົນຂ້ອຍ, ແນວຄິດຈົ່ງຈຽມ, ຄອງເດີມ, ສວຍໂອກາດສໍ້ລາດບັງຫຼວງຫາຜົນປະໂຫຍດສ່ວນຕົວ ແລະອື່ນໆ ພ້ອມທັງເອົາໃຈໃສ່ປັບປຸງການຈັດຕັ້ງຮາກຖານພັກ, ຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກ ຄຽງຄູ່ກັບການຍົກສູງຄຸນນະພາບຂອງວຽກງານຕິດຕາມ, ກວດກາ ເພື່ອປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ສໍ້ລາດບັງຫຼວງດ້ວຍຮູບແບບຕ່າງໆ ໃຫ້ນັບມື້ນັບຫຼຸດລົງ.

ນອກນັ້ນ, ກອງປະຊຸມ ສະຫາຍ ປອ ບຸນທອງ ຈິດມະນີ ໄດ້ມອບຫຼຽນໄຊແຮງງານ ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານວິຊາສະເພາະ ໃນໄລຍະຜ່ານມາ; ໃນນີ້, ມີຫຼຽນໄຊແຮງງານ ຊັ້ນ II ຈໍານວນ 18 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 14 ສະຫາຍ ແລະ ກົມກອງລວມໝູ່ 2 ກົມກອງ, ຫຼຽນກາແຮງງານ ແລະ ຍ້ອງຍໍລັດຖະບານໃຫ້ບຸກຄົນ ແລະ ກົມກອງລວມໝູ່ຈໍານວນໜຶ່ງ.