ກອງປະຊຸມຄົບຄະນະບໍລິຫານງານພັກ ຂອງອົງຄະນະພັກ ກະຊວງອຸດສະຫະກຳ ແລະ ການຄ້າ ສະໄໝທີ IV ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-15 ສິງຫາ 2018, ເຂົ້າຮ່ວມໂດຍ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດເປັນປະທານໂດຍ ສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ມີສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະ ພັກຮາກຖານ, ເລຂາໜ່ວຍພັກ, ກົມ, ບໍລິສັດ ແລະ ຫ້ອງການພາຍໃນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ເພື່ອເປັນການສະຫຼຸບຕີລາຄາຜົນການຊີ້ນຳ-ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສະຫະກຳ ແລະ ການຄ້າ ໄລຍະກາງ ສະໄໝທີ IV ນັບແຕ່ເດືອນກໍລະກົດ 2015 ເຖິງປັດຈຸບັນ ແລະ ທິດທາງແຜນການຮອດປີ 2020, ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານເຮັດວຽກງານວິຊາສະເພາະ ໂດຍຄະນະພັກໄດ້ສຸມໃສ່ນຳພາພະນັກງານວິຊາການຈັດຕັ້ງປະຕິບັດ 3 ແຜນງານ ຄື: ແຜນການເຊື່ອມໂຍງກັບເສດຖະກິດຂອງພາກພື້ນ ແລະ ສາກົນ; ແຜນງານສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ແລະ ແຜນງານສ້າງຄວາມພ້ອມໃຫ້ແກ່ພາກທຸລະກິດ ເພື່ອຮອງຮັບການແຂ່ງຂັນທີ່ເພີ່ມຂຶ້ນຢ່າງຍືນຍົງ ໂດຍໄດ້ສຸມໃສ່ປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ລັດຖະບານໄດ້ຮອງຮັບແລ້ວ ແລະ ປັບປຸງຄວາມສາມາດໃນການບໍລິຫານເສດຖະກິດ, ເຕັກໂນໂລຊີການຜະລິດໃຫ້ມີຄຸນນະພາບ ແລະ ທັນສະໄໝມີຜົນສຳເລັດເປັນກ້າວໆ.

ໂອກາດດຽວກັນ, ສະຫາຍ ພັນຄຳ ວິພາວັນ ໄດ້ໃຫ້ມີທິດຊີ້ນຳບັນດາຄະນະບໍລິຫານງານພັກກະຊວງ ວ່າ: ເພື່ອເປັນການບັນລຸເປົ້າໝາຍ ແລະ ຄາດໝາຍທີ່ວາງໄວ້ບັນດາສະຫາຍຕ້ອງເອົາໃຈໃສ່ປະຕິບັດແຜນງານວຽກງານ ເຊື່ອມໂຍງເສດຖະກິດກັບຕ່າງປະເທດ ໂດຍເນັ້ນໃສ່ການສ້າງຍຸດທະສາດເຈລະຈາການຄ້າການ ສ້າງແຜນປະຕິບັດງານລະອຽດ ເຊື່ອມໂຍງເສດຖະກິດກັບອາຊຽນ ແລະ ກະກຽມການຈັດຕັ້ງປະຕິບັດພັນທະສັນຍາຂອງ ສປປ ລາວ ໃນສອງຝ່າຍ ແລະ ພາກພື້ນ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ພາກທຸລະກິດປະຕິບັດ ສືບຕໍ່ປັບປຸງລະບົບນິຕິກຳຂອງຂະແໜງການກະຊວງໃຫ້ມີຄວາມຄົບຖ້ວນສົມບູນ; ສ້າງຄວາມສາມາດແຂ່ງຂັນໃຫ້ວິສາຫະກິດຂອງລາວ ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຂຶ້ນແຜນງົບປະມານສຳລັບການຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດຕາມພາລະບົດບາດຂອງແຕ່ລະພາກສ່ວນ, ເອົາໃຈໃສ່ເພີ່ມທະວີການຊີ້ນໍາ-ນຳພາການຈັດຕັ້ງປະຕິບັດວຽກງານປິ່ນອ້ອມ ແລະ ຊ່ວຍໝູນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ລວມທັງບ້ວງຄ້ຳປະກັນສະບຽງອາຫານ ແລະ ສົ່ງເສີມຜະລິດເປັນສິນຄ້າ ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ສປປ ລາວ ມີການຈະເລີນກ້າວໜ້າ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.