ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດພິທີປະກາດຂໍ້ຕົກລົງແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ສັນຕິບານ ໃນວັນທີ 17 ສິງຫາ 2018 ເປັນປະທານໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ, ມີຄະນະພັກ-ຄະນະນໍາ, ຄະນະກົມ-ຄະນະພະແນກ, ແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ ເຂົ້າຮ່ວມ.

ພັທ ສຸລິໄຊ ຫຼ້າຈັນເພັດ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານດໍາລັດ ເລກທີ 274/ນຍ ລົງວັນທີ 8 ສິງຫາ 2018 ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຕົກລົງແຕ່ງຕັ້ງ ພັອ ຈູມມະນີ ວົງມະນີ ເປັນຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ.

ການແຕ່ງຕັ້ງຄັ້ງນີ້ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງມີຄວາມເຂັ້ມແຂງ, ມີຄວາມເປັນເອກະພາບ, ມີຄວາມຄ່ອງຕົວໃນການຄຸ້ມຄອງບັນຊາ ແລະ ເຄື່ອນໄຫວວຽກງານວິຊາສະເພາະໃຫ້ຖືກຕ້ອງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະ ໃໝ່.

ໃນພິທີ ພົຈວ ບຸນມີ ແສງຄໍາຢອງ ເນັ້ນໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງຄັ້ງນີ້ ຈົ່ງເພີ່ມທະວີການຊີ້ນໍາ-ນໍາພາເຂົ້າໃນວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ ພ້ອມທັງກຳແໜ້ນຂົງເຂດວຽກງານຕົນເອງຮັບຜິດຊອບໃຫ້ໜັກແໜ້ນ ແລະ ຮູ້ຈັກນຳເອົາທິດສະດີ ແລະ ປະສົບການໃນໄລຍະຜ່ານມາ ໝູນໃຊ້ໃນການຊີ້ນໍາ-ນໍາພາວຽກງານຕົວຈິງໃຫ້ເກີດດອກອອກຜົນສູງສຸດ.