ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມກ່ຽວກັບ ການປະເມີນຜົນໃນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍທົ່ວນະຄອນຫຼວງວຽງຈັນ ໃນວັນທີ 16 ສິງຫາ 2018 ໂດຍການເປັນປະທານຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຮອງເຈົ້າເມືອງ 9 ຕົວເມືອງ, ພະນັກງານຫຼັກແຫຼ່ງ ແລະ ເຈົ້າຂອງທຸລະກິດຕະຫຼາດ ເຂົ້າຮ່ວມ.

ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອເປັນການຈັດຕັ້ງປະຕິບັດແຜນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕະຫຼາດ ແລະ ຮ້ານຄ້າ ສະບັບເລກທີ 3274/ອຄ.ນວ.ຄພນ, ໃຫ້ຖືກຕ້ອງ-ສອດຄ່ອງ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປະກົດຜົນເປັນຈິງຕາມແຜນ ການທີ່ວາງໄວ້ທັງເປັນການສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ ໃນປີ 2018 ໂດຍສຸມໃສ່ການຈັດຕັ້ງປະຕິບັດ 2 ກິດຈະກໍາຫຼັກ ຄື: ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕະຫຼາດ ແລະ ຮ້ານຄ້າຂາຍຍົກ-ຂາຍຍ່ອຍ ຕາມເສັ້ນທາງຫຼັກ.

ໃນເບື້ອງຕົ້ນ ແມ່ນໄດ້ລົງປະຕິບັດແລ້ວ 4 ຕົວເມືອງ: ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ ແລະ ເມືອງສີສັດຕະນາກ ເຊິ່ງອີງຕາມມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງວ່າດ້ວຍ ຕະຫຼາດ ສະບັບເລກທີ 0903/ອຄ.ຄພນ ຄື: ຕະຫຼາດໃຫຍ່ ແລະ ກາງ ມີ 18 ມາດຕະຖານ; ຕະຫຼາດນ້ອຍ ມີ 14 ມາດຕະຖານ ແລະ ລະບຽບຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍ ການດໍາເນີນກິດຈະການການຈັດສັນຕະຫຼາດຂາຍຍົກ-ຂາຍຍ່ອຍ ສະບັບເລກທີ 0348/ຈນວ ລົງວັນທີ 19 ເມສາ 2010.

ທັງນີ້, ກໍເພື່ອເປັນການປ້ອງກັນ ແລະ ຄວບຄຸມຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະອາດງາມຕາ ແລະ ຍັງເປັນການຫຼຸດຜ່ອນປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນ ປ້ອງກັນການເກີດອັກຄີໄພ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ປັດຈຸບັນ, ຕະຫຼາດທີ່ໄດ້ຮັບໃບຢັ້ງຢືນເປັນຕະຫຼາດມາດຕະຖານ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ ລວມມີທັງໝົດ 5 ຕະຫຼາດ ຄື: ຕະຫຼາດສົ່ງເສີມກະສິກໍາ, ຕະຫຼາດໂຊກທະວີ, ຕະຫຼາດລາວ-ອົດຊີ, ຕະຫຼາດໂພນຕ້ອງຈອມມະນີ ແລະ ຕະຫຼາດດົງຄໍາຊ້າງ.