ຫ້ອງການກອງບັນຊາການທະຫານແຂວງ ແລະ ຫ້ອງການກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານຄົ້ນຄວ້າວິທະຍາສາດ-ປະຫວັດສາດ ໃນຕອນເຊົ້າຂອງວັນທີ 9 ສິງຫາ 2018, ຝ່າຍຫ້ອງການກອງບັນຊາການທະຫານແຂວງ ນໍາໂດຍ ພັທ ຫຸມພັນ ແກ້ວວັງລາດ ຫົວໜ້າຫ້ອງການເມືອງທະຫານແຂວງ ແລະ ຝ່າຍຫ້ອງການກອງບັນຊາການ ປກສ ແຂວງຫຼວງນໍ້າ ທານຳພາໂດຍ ພັທ ພຸດທະສອນ ວົງແຝງຄຳ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະທັງສອງຝ່າຍ.

ກອງປະຊຸມດັ່ງກ່າວ, ຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິທະ ຍາສາດ ແລະ ປະຫວັດສາດທີ່ ໄດ້ຈັັດຕັ້ງປະຕິບັດໃນໄລຍະຜ່ານ ມາວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ, ພ້ອມທັງພົບປະແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໃນໄລຍະຜ່ານມາ ພ້ອມທັງປະກອບຄຳຄິດ-ຄຳເຫັນ ເພື່ອໃຫ້ການຮ່ວມມືແລກປ່ຽນບົດຮຽນກັນ ໃນຄັ້ງນີ້ມີຄວາມໝາຍ-ຄວາມສຳຄັນຍິ່ງຂຶ້ນ.

ຜູ້ແທນກອງປະຊຸມທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນໃນການສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ເປັນຕົ້ນແມ່ນວຽກງານຄົ້ນຄວ້າປະຫວັດສາດ, ວຽກງານມູນເຊື້ອ ແລະ ຫ້ອງວາງສະແດງ, ວຽກງານວິທະຍາສາດບັ້ນຮົບ-ບັ້ນຕີ, ວຽກງານ ຂໍ້ມູນ-ຂ່າວສານ, ວຽກງານສິ່ງ ແວດລ້ອມ ແລະ ວຽກງານອື່ນໆ ຈຳນວນໜື່ງ.

ພາຍຫຼັງສຳເລັດກອງປະຊຸມພົບປະແລກປ່ຽນແລ້ວ ກໍໄດ້ເຂົ້າຊົມຫ້ອງມູນເຊື້ອ-ຫ້ອງວາງສະແດງຂອງກອງບັນຊາການທະຫານແຂວງ ພ້ອມທັງສ້າງກິດຈະກຳແຂ່ງຂັນກິລາມິດຕະພາບ ເພື່ອສ້າງຄວາມສາມັກຄີຮັກແພງລະຫວ່າງ ຫ້ອງການກອງບັນຊາ ການທະຫານແຂວງກັບຫ້ອງການກອງບັນຊາການ ປກສ ແຂວງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.