ໃນທ້າຍອາທິດຜ່ານມານີ້, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງອາຊຽນ ຄົບຮອບ 51 ປີ (8 ສິງຫາ 1967-8 ສິງຫາ 2018), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018) ແລະ ວັນຢຶດອໍານາດ 23 ສິງຫາ (23 ສິງຫາ 1945-23 ສິງຫາ 2018) ຄົບຮອບ 73 ປີ ແລະ (23 ສິງຫາ 1975-23 ສິງຫາ 2018) ຄົບຮອບ 43 ປີ, ປາຖະກະຖາໂດຍ ພັທ ຄໍາສີ ບົວລະພາ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງຜົ້ງສາລີ, ມີ ຫົວໜ້າຫ້ອງ-ຮອງຫ້ອງ ຈາກ 7 ຫ້ອງ 1 ກອງ ແລະ ພະນັກງານ-ນັກຮົບທົ່ວກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ພັທ ຄໍາສີ ບົວລະພາ ໃຫ້ຮູ້ວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເປັນອົງການລະຫວ່າງປະເທດຂອງຂົງເຂດອາຊີຕາເວັນອອກສຽງໃຕ້, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967, ມີສະມາຊິກ 5 ປະເທດຄື: ປະເທດອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ, ໂດຍມີຈຸດປະສົງເພື່ອເປັນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເປັນເຂດປອດອາວຸດນິວເຄຼຍ ແລະ ອາວຸດທໍາລາຍລ້າງຜານອື່ນໆ, ເພີ່ມທະວີຄວາມສາມາດເພິ່ງຕົນເອງກຸ້ມ ຕົນເອງຂອງພາກພື້ນໃນການສົ່ງເສີມການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມໃຫ້ກ້ວາງຂວາງ ແລະ ຮັກສາບົດບາດຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບຄູ່ເຈລະຈາ ແລະ ຄູ່ຮ່ວມຈາກນອກພາກພື້ນ. ປັດຈຸບັນອາຊຽນມີສະມາຊິກ 10 ປະເທດຄື: ປະເທດບຣູໄນ, ກໍາປູເຈຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທຫວຽດນາມ, ອິນ ໂດເນເຊຍ, ມາເລເຊຍ ແລະ ລາວ, ສໍາລັບສາທາລະນະລັດ ປະຊາທິປະໄຕ ຕີມໍ ແລະ ປະເທດປາປົວນິວກີນີ ແມ່ນປະເທດສັງ ເກດການພິເສດຂອງອາຊຽນ. ນອກນີ້, ອາຊຽນຍັງໄດ້ສ້າງຕັ້ງປະຊາຄົມອາຊຽນທີ່ປະກອບດ້ວຍ 3 ເສົາຄໍ້າຄື: ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະ ກິດ ແລະ ປະຊາຄົມວັດທະນະ ທໍາ-ສັງຄົມ.

ວັນລັດຖະທໍມະນູນແຫ່ງ ສປປ ລາວ ພາຍຫຼັງທີ່ປະເທດຊາດ ໄດ້ຮັບການສະຖາປະນາເປັນສາທາລະນະລັດປະຊາທິປະໄຕປະ ຊາຊົນລາວແລ້ວ ພັກໄດ້ວາງແນວທາງການປ່ຽນແປງໃໝ່ຮອບດ້ານ ໂດຍເລີ່ມຈາກການປ່ຽນແປງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດທີ່ມີການໄລ່ລຽງເສດຖະກິດທີ່ມີການດັດສົມຂອງລັດ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ດັ່ງກ່າວ, ຈຶ່ງມີຄວາມຈໍາເປັນຕ້ອງຫັນໄປສູ່ການຄຸ້ມຄອງລັດດ້ວຍລັດຖະທໍາມະນູນ ແລະ ກົດໝາຍຢ່າງເປັນເອກະພາບ, ດ້ວຍເຫດນັ້ນ ກອງປະຊຸມເທື່ອທີ 6 ຂອງ ສະພາປະຊາຊົນສູງສຸດ ຊຸດທີ 2 ປີ 1991 ຈຶ່ງໄດ້ພິຈາລະນາຮັບ ຮອງເອົາລັດຖະທໍາມະນູນສະບັບທໍາອິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991.

ໃນຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດໄດ້ດໍາເນີນການຮຸກຮານ ແລະ ຢຶດຄອງບັນດາປະເທດເປັນຫົວເມືອງຂຶ້ນ, ໃນນັ້ນ ປະເທດລາວກໍເປັນປະເທດ ໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ, ປະຊາຊົນລາວບັນດາເຜົ່າ ໄດ້ຕົກເປັນຂ້ອຍຂ້າ ແລະ ຖືກກົດຂີ່ແສນສາຫັດ, ແຕ່ດ້ວຍນໍ້າໃຈຮັກຊາດຄຽດແຄ້ນຕໍ່ສັດຕູປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ເພື່ອຄວາມເປັນເອກະລາດເສລີພາບ, ປະຊາທິປະໄຕ ແລະ ຄວາມຢູ່ດີກິນດີຂອງຕົນ. ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປະຊາຊົນລາວລຸກຂຶ້ນຢຶດອໍານາດການປົກຄອງໃນທົ່ວປະເທດໃນວັນທີ 23 ສິງຫາ 1945; ວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ສອງໝື່ນກ່ວາຄົນ ໄດ້ໂຮມຊຸມນຸມມິດຕິງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອໍານາດການປະຕິວັດນະຄອນຫຼວງວຽງຈັນ, ເປັນອັນວ່າລະບົບການປົກຄອງການປະຕິວັດແຕ່ຂັ້ນແຂວງ, ນະຄອນຫຼວງລົງຮອດຮາກຖານໄດ້ຮັບການສ້າງຕັ້ງຂຶ້ນໃນເຂດປົກຄອງຂອງສັດຕູ.