ໜ່ວຍຮາກຖານຊາວໜຸ່ມກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມອບເຂົ້າສານ ຈຳນວນ 19 ເປົາ ໃຫ້ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ລວມມູນຄ່າ 6.000.000 ກີບ ເພື່ອນໍາໄປຊ່ວຍຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ບັນດາແຂວງໆທົ່ວປະເທດ ໃນວັນທີ 17 ສິງຫາ 2018, ມອບໂດຍ ພັທ ປອ ວຽງໄຊ ທຳມະສິດ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ພ້ອມຄະນະ, ກ່າວຮັບໂດຍ ພັທ ພິມມະສອນ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ພ້ອມຄະນະ.

ພັທ ປອ ວຽງໄຊ ທຳມະສິດ ກ່າວວ່າ: ເຂົ້າສານທີ່ນໍາມາມອບໃນຄັ້ງນີ້, ໄດ້ລະດົມຈາກບັນດາໜ່ວຍຮາກຖານຊາວໜຸ່ມກົມໃຫຍ່ການເມືອງ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພນຳ້ຖ້ວມທົ່ວປະເທດຢູ່ບັນດາແຂວງ ເພື່ອແບ່ງເບົາພາລະອັນໜັກໜ່ວງ, ຄວາມສູນເສຍ ແລະ ເຮັດໃຫ້ຜູ້ທີ່ຖືກຜົນກະທົບຈາກໄພພິບັດຄັ້ງນີ້, ກໍຄືຄອບຄົວຂອງພວກເຂົາມີກໍາລັງໃຈໃນການດໍາລົງຊີວິດຕໍ່ໄປ.

ພັທ ພິມມະສອນ ທຳມະວົງ ໄດ້ສະແດງຄວາມຂອບໃຈທີ່ ໜ່ວຍຮາກຖານຊາວໜຸ່ມກົມໃຫຍ່ການເມືອງ ປກສ ໄດ້ນໍາເຂົ້າສານມາປະກອບສ່ວນຊ່ວຍເຫຼືອຄັ້ງນີ້; ເຊິ່ງເປັນການສະແດງເຖິງຄວາມເຫັນອົກເຫັນໃຈ, ເປັນຫ່ວງເປັນໃຍຈາກທຸກພາກສ່ວນຕໍ່ຄອບຄົວທີ່ຖືກເຄາະຮ້າຍ ເພື່ອເປັນກຳລັງແຮງໃຈໃນການດຳລົງຊີວິດ, ອົດທົນຕໍ່ສູ້ກັບບັນຫາດັ່ງກ່າວໃຫ້ຜ່ານພົ້ນໄປ.