ພິທີປະກາດແຕ່ງຕັ້ງ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2018 ໂດຍການເປັນປະທານຂອງ ພົທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີເຈົ້າແຂວງໆຊຽງຂວາງ, ພ້ອມດ້ວຍຄະນະພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 69/ຄລສພ ລົງວັນທີ 13 ມິຖຸນາ 2018 ວ່າດ້ວຍ ການແຕ່ງຕັ້ງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ໂດຍຕົກລົງແຕ່ງຕັ້ງ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ເປັນປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ.

ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ໂອ້ລົມຕໍ່ ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຊີ້ນຳວຽກງານ ປກຊ-ປກສ ໂດຍມີແຜນການລະອຽດ, ສຸມໃສ່ວຽກງານສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນແຂວງ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ປຸກລະດົມໃຫ້ທຸກພາກສ່ວນ ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ, ສືບຕໍ່ສ້າງກຸ່ມບ້ານປ້ອມໝັ້ນສູ້ຮົບຕິດລຽນ, ປັບປຸງກໍ່ສ້າງກຳລັງປະກອບອາວຸດ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ນຳໃຊ້ກຳລັງ ປກຊ-ປກສ ເຂົ້າຊ່ວຍວຽກງານໃນການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ແນໃສ່ຮັບປະກັນວຽກງານດັ່ງກ່າວມີຄວາມປອດໄພ 100%, ກະກຽມຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍໃຫ້ມີເນື້ອໃນຮູ້ໄດ້ເຖິງວິລະກຳຄວາມອົງອາດກ້າຫານຂອງກອງທັບ, ສ້າງພະນັກງານໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດ, ມີແບບແຜນການດຳລົງຊີວິດທີ່ດີ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ແລະ ຜູ້ລົງທຶນກໍຄືປະເທດຊາດ.