ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນວິຊາສະເພາະ ກັບ ສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນວັນທີ 27 ສິງຫາ 2018, ຝ່າຍລາວນໍາໂດຍ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຝ່າຍຫວຽດນາມນໍາໂດຍ ທ່ານ ຫງຽວນ ຮວາ ບິງ ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທັງສອງຝ່າຍໄດ້ສະເໜີສະພາບຈຸດພິເສດ, ທີ່ຕັ້ງພາລະບົດບາດໜ້າທີ່ ແລະ ວຽກງານວິຊາສະເພາະ ເປັນຕົ້ນແມ່ນ ການດໍາເນີນຄະດີຂອງສານປະຊາຊົນສູງສຸດສອງປະເທດ ໃຫ້ກັນຮັບຮູ້ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງທັງສອງຝ່າຍມີຄວາມເຂົ້າໃຈ; ພ້ອມທັງໄດ້ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມຊົງຈໍາ ໃນວັນທີ 13 ສິງຫາ 2013 ເຖິງປັດຈຸບັນ ລະຫວ່າງ ສານປະຊາຊົນສູງສຸດຂອງສອງປະເທດ ໄດ້ພ້ອມກັນຄົ້ນຄວ້າເປັນເອກະພາບກັນເຮັດບົດບັນທຶກຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ພິເສດແມ່ນ ສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການສ້າງບຸກຄະລາກອນໃຫ້ສານປະຊາຊົນສູງສຸດ ສປປ ລາວ ເຊັ່ນ: ຈັດຊຸດຝຶກອົບຮົມບໍາລຸງຜູ້ພິພາກສາ, ຈ່າສານ ທັງໄລຍະສັ້ນ ແລະ ໄລຍະຍາວ, ໄດ້ຝຶກອົບຮົມໃຫ້ຄະນະສ້າງຕັ້ງສານປົກຄອງ ແຫ່ງ ສປປ ລາວ, ຊ່ວຍເຫຼືອທາງດ້ານອຸປະກອນ ລວມມູນຄ່າ 2 ຕື້ດົງ; ນອກຈາກນັ້ນ, ຍັງໄດ້ມີການແລກປ່ຽນບົດຮຽນຂອງ ຄະນະຜູ້ແທນຂັ້ນສູງ ແຕ່ສູນກາງ ແລະ ຂັ້ນທ້ອງຖິ່ນເປັນປະຈໍາ.

ໃນຊຸມປີຕໍ່ໜ້າ, ທັງສອງຝ່າຍ ຈະສືບຕໍ່ແລກປ່ຽນຂໍ້ມູນຂ່າວສານທາງດ້ານວິຊາການ ແລະ ກົດໝາຍ, ຫາລືແລກປ່ຽນຄວາມຄິດເຫັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ພ້ອມທັງສະເໜີໃຫ້ ສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ສືບຕໍ່ຊ່ວຍເຫຼືອຝຶກອົບຮົມຜູ້ພິພາກສາຂອງລາວ ໄດ້ມີການພັດທະນາຍິ່ງໆຂຶ້ນ.

ໃນພິທີ, ທ່ານປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຍັງໄດ້ມອບຄອມພິວເຕີໂນດບຸກ ຈໍານວນ 10 ເຄື່ອງ ໃຫ້ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ພ້ອມທັງມອບເງິນຈໍານວນ 500.000.000 ດົງ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື; ພ້ອມນີ້, ທ່ານປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ມອບຫຼຽນກາທີ່ລະນຶກວັນສ້າງຕັ້ງສານປະຊາຊົນສູງສຸດ ຄົບຮອບ 35 ປີ ໃຫ້ ສານປະຊາຊົນສູງສຸດ ສສ ຫວຽດນາມ.