ໃນຫຼາຍປີຜ່ານມານີ້, ເກີດມີສະພາບພົ້ນເດັ່ນຂຶ້ນກ່ຽວກັບທີ່ດິນ ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ເຊິ່ງກໍ່ໃຫ້ເກີດບັນຫາສັບສົນ ແລະ ເກີດຄວາມວຸ່ນວາຍໃນການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນ ກໍຄືໃນການດຳເນີນການຜະລິດທຸລະກິດຂອງຜູ້ປະກອບການຈຳນວນບໍ່ໜ້ອຍ ເປັນຕົ້ນແມ່ນ ການຕໍ່ສູ້ແຍ່ງຊິງເອົາສິດ, ເອົາຜົນປະໂຫຍດຈາກທີ່ດິນ ອັນກໍ່ໃຫ້ເກີດຄວາມຂັດແຍ່ງກັນລະຫວ່າງບຸກຄົນ ແລະ ຄອບຄົວດ້ວຍກັນ, ລະຫວ່າງບຸກຄົນກຸ່ມຄົນກັບການຈັດຕັ້ງ ແລະ ອົງການປົກຄອງຂັ້ນຕ່າງໆ, ລະຫວ່າງຊາວບ້ານກັບພະນັກງານ ແລະ ຜູ້ລົງທຶນສຳປະທານທີ່ດິນ, ລະຫວ່າງເຈົ້າຂອງທີ່ດິນກັບຜູ້ຮັບເໝົາ ແລະ ເຈົ້າຂອງໂຄງການພັດທະນາ ແລະອື່ນໆ. ເຊິ່ງບັນຫາເຫຼົ່ານີ້ ພາໃຫ້ເກີດປະ ກົດການຫຍໍ້ທໍ້ຕາມມາ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ບັນຫາທີ່ປະຊາຊົນຄາໃຈ ແລະ ຢາກໃຫ້ພາກລັດແກ້ໄຂ ແມ່ນ: ການອອກໃບຕາດິນຖາວອນ ( ຂອບທອງ ) ມີຂັ້ນຕອນຫຍຸ້ງຍາກ ແລະ ມີຄ່າໃຊ້ຈ່າຍສູງ ທັງໆທີ່ເປັນດິນມູນສືບທອດມາເຊັ່ນຄົນ, ອີກກໍລະນີໜຶ່ງ ກໍແມ່ນມີບາງບຸກ ຄົນໄດ້ຮັບສິດນໍາໃຊ້ທີ່ດິນຂອງລັດ ແຕ່ຍັງມີດິນເປັນຂອງຕົນເອງ ແລະ ຍັງມີເຮືອນໃຫ້ຄົນເຊົ່າອີກ ຢາກໃຫ້ທາງລັດກວດກາຄືນ, ບັນຫາການຊື້ທີ່ດິນຂອງຄົນຕ່າງປະເທດທີ່ໃຊ້ຮູບການແອບແຝງ ໂດຍອອກຊື່ເປັນຄົນລາວ, ດິນທີ່ຖືກໂຄງການ ແຕ່ໄດ້ຮັບສິນທົດແທນບໍ່ເໝາະສົມ ແລະ ແກ່ຍາວເວລາ, ຄວາມບໍ່ໂປ່ງໃສຂອງພະນັກງານທີ່ດິນ, ການອອກໃບຕາດິນຊໍ້າຊ້ອນ ແລະອື່ນໆ.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ VIII ວ່າ: ໃນໄລຍະຜ່ານມາ, ການຄຸ້ມຄອງ ແລະ ບໍລິຫານທີ່ດິນ ຍັງບໍ່ມີລັກສະນະລວມສູນ ຕະຫຼອດຮອດການເປີດກວ້າງການລົງທຶນເຂົ້າໃນຂົງເຂດທີ່ດິນ ແມ່ນຍັງຂາດບົດຮຽນ, ຟ້າວຟັ່ງ, ໃນເບື້ອງການລົງທຶນ ກໍແນໃສ່ຍາດແຍ່ງໃຫ້ມາລົງທຶນຢ່າງດຽວ. ແຕ່ຍັງບໍ່ໄດ້ພິຈາລະນາ, ສຶກສາຂໍ້ມູນທີ່ເປັນຈິງ ຫຼື ຜົນສະທ້ອນທາງລົບຢ່າງລະອຽດ, ການປະຕິບັດບໍ່ໄປຕາມຂັ້ນຕອນດ້ານວິຊາການ, ຂາດການມີສ່ວນຮ່ວມຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ. ການອະນຸຍາດລົງທຶນ ໂດຍສະເພາະແມ່ນການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນ ມີຫຼາຍຂັ້ນຕອນເກີນໄປທີ່ສາມາດອະນຸຍາດໄດ້ຈາກຂັ້ນເມືອງ, ແຂວງ ຫາ ສູນກາງ ແລະ ບາງຂະແໜງການ ນໍາໃຊ້ທີ່ດິນກໍອະນຸຍາດໄດ້ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຫຼື ພາລະບົດບາດຂອງຕົນ, ເຊິ່ງເຮັດໃຫ້ການອະນຸຍາດດັ່ງກ່າວນັ້ນບໍ່ລວມສູນ, ມີລັກສະນະຊະຊາຍ ແລະ ບໍ່ໄປຕາມລະບຽບກົດໝາຍ.

ນອກນີ້, ການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງສັງເກດເຫັນວ່າ: ມີໂຄງການຈໍານວນບໍ່ໜ້ອຍ ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບລັດ ເຊັ່ນ: ມີຫຼາຍໂຄງການເຊັນສັນຍາພັດທະນາແລ້ວ ແຕ່ມາຮອດປັດຈຸບັນຍັງບໍ່ທັນເຊັນສັນຍາເຊົ່າ ຫຼື ສໍາປະທານທີ່ດິນ; ນອກນີ້, ພື້ນທີ່ໃຫ້ເຊົ່າ ຫຼື ສໍາປະທານ ຍັງກວມເອົາພື້ນທີ່ທໍາການຜະລິດຂອງປະຊາຊົນ, ເຂດປ່າສະຫງວນ, ປ່າປ້ອງກັນຍອດນໍ້າ ແລະ ປ່າຊົມໃຊ້ຂອງບ້ານ ເຊິ່ງປະຊາຊົນເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາເປັນເວລາດົນນານ, ການໃຫ້ເຊົ່າ ຫຼື ສໍາປະທານບໍ່ໄດ້ຜ່ານຄໍາເຫັນຂອງປະຊາຊົນ ແລະ ບໍ່ໄດ້ຮັບສ່ວນແບ່ງຈາກຜົນປະໂຫຍດດັ່ງກ່າວ ຈຶ່ງເຮັດໃຫ້ການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນຢູ່ຫຼາຍທ້ອງຖິ່ນ ມີບັນຫາຫຍໍ້ທໍ້ ແລະ ແກ່ຍາວມາເຖິງປັດຈຸບັນ.

ການປະສານສົມທົບເຊິ່ງກັນແລະກັນ ໃນການຈັດຕັ້ງປະຕິບັດນະໂຍບາຍທີ່ດິນບໍ່ລວມສູນ, ກະແຈກກະຈາຍຢູ່ຫຼາຍຂະແໜງການ ແລະ ໄດ້ມີປະກົດການຫຍໍ້ທີ່ທີ່ພົວພັນກັບທີ່ດິນ ເປັນຕົ້ນກໍແມ່ນການຈັບຈ່ອງດິນຊະຊາຍ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການຕັດໄມ້ ແລະ ທໍາລາຍປ່າໄມ້ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການອະນຸມັດໃຫ້ເຊົ່າ ຫຼື ສໍາປະທານທີ່ດິນເປັນບໍລິເວນກວ້າງ ກວມເອົາທີ່ດິນບ່ອນຢູ່ອາໄສ, ບ່ອນທໍາມາຫາກິນຂອງປະຊາຊົນທີ່ລັດຈັດສັນ ຫຼື ມອບໃຫ້ເຂົາເຈົ້າ, ການຊົດເຊີຍບໍ່ສົມເຫດ-ສົມຜົນ ແລະ ລາຄາຕໍ່າເກີນໄປ, ມີການບຸກລຸກເອົາທີ່ດິນລັດ, ລວມໝູ່ ຫຼື ການໂອນເອົາທີິ່ດິນຂອງລັດ ລວມທັງທີ່ດິນຂອງຄົນອື່ນ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄຽງຄູ່ກັນນີ້, ການນໍາໃຊ້ທີ່ດິນບໍ່ໄປຕາມຂັ້ນຕອນທາງດ້ານກົດໝາຍ ແລະ ລະບຽບການ, ບໍ່ໄດ້ຜ່ານການສໍາຫຼວດຈັດສັນ, ຈັດແບ່ງເຂດ ແລະ ຈັດແບ່ງປະເພດນໍາໃຊ້ຢ່າງລະອຽດ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການແກ້ໄຂຂໍ້ຂັດແຍ່ງທີ່ດິນ, ການຍົກຍ້າຍປະຊາຊົນອອກຈາກເຂດສໍາປະທານມີຄວາມຫຍຸ້ງຍາກ ແລະ ສັບສົນ, ການເວນຄືນທີ່ດິນໃຫ້ປະຊາຊົນບໍ່ເໝາະສົມ ແລະ ມີມູນຄ່າຕໍ່າ ເຮັດໃຫ້ມີຂໍ້ຂັດແຍ່ງເກີດຂຶ້ນ, ປະຊາຊົນສູນເສຍພື້ນທີ່ທໍາການຜະລິດປະຈໍາວັນ, ເສຍສິດນໍາໃຊ້ຍາວນານ ແລະ ເຮັດໃຫ້ມີຄວາມທຸກຍາກຂຶ້ນກວ່າເກົ່າ.

ຢ່າງໃດກໍຕາມ, ບັນດາປະກົດການຫຍໍ້ທໍ້ ເລື່ອງບັນຫາທີ່ດິນໄດ້ຄ່ອຍໆຫຼຸດລົງ ເນື່ອງຈາກວ່າ: ລັດຖະບານໄດ້ສ້າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ທ້ອງຖິ່ນ ທັງໝົດໄດ້ເຊື່ອມຕໍ່ເຂົ້າກັນໃນທົ່ວປະເທດ, ສ່ວນການຄຸ້ມຄອງລະຫວ່າງບ້ານ ແມ່ນໄດ້ກໍານົດເປັນ 2 ລັກສະນະ ຄື: ຂອບເຂດການຄຸ້ມຄອງຂອງບ້ານ ແມ່ນມີຂອບເຂດເຊື່ອມຕໍ່ເຂົ້າກັນເປັນກຸ່ມ ແລະ ແຕ່ລະກຸ່ມ ແມ່ນເຊື່ອມຕໍ່ເຂົ້າກັນເປັນຂອບເຂດເມືອງ ແລະ ຂອບເຂດທີ່ລັດອະນຸຍາດໃຫ້ປະຊາຊົນນໍາໃຊ້ ແມ່ນພື້ນທີ່ໆລັດຈັດສັນ, ອະນຸຍາດໃຫ້ນໍາໃຊ້ ໂດຍສະເພາະແມ່ນພື້ນທີ່ດິນກະສິກໍາຂອງປະຊາຊົນ. ນອກນີ້, ລັດຖະບານຍັງມີວິໄສທັດຂອງຂະແໜງທີ່ດິນແຫ່ງຊາດ ແຕ່ນີ້ຮອດ 2030 ໃຫ້ສໍາເລັດການຈັດສັນທີ່ດິນ, ຂຶ້ນທະ ບຽນ, ອອກໃບຕາດິນໃນຂອບເຂດທົ່ວປະເທດ; ຄຸ້ມຄອງ ແລະ ບໍລິຫານທີ່ດິນໃຫ້ເຂົ້າສູ່ລະບຽບກົດໝາຍ ແລະ ຫັນເປັນທັນສະໄໝ ສໍາເລັດການອອກໃບຕາດິນ ແລະ ຂຶ້ນບັນຊີສໍາມະໂນຄົວທີ່ດິນໃຫ້ສໍາເລັດການສ້າງເຊື່ອມສານ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ເຂົ້າກັບແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານເຂົ້າກັນ ແລະ ປັບປຸງແຜນແມ່ບົດທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ ໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ດໍາເນີນການຂຶ້ນທະບຽນອອກໃບຕາດິນ ແລະ ຈັດລະບຽບທີ່ດິນດ້ວຍລະບົບທັນສະໄໝ (IT).