ໃນວັນທີ 23 ສິງຫາ 2018, ທ່ານ ຊິນ ຊຸງ ຊູນ (Shin sun gsoon) ເອກອັກຄະລັດຖະທູດ ສະຖານທູດ ສາທາລະນະລັດ ເກົາຫຼີ (ສ ເກົາຫຼີ) ປະຈໍາລາວ ພ້ອມດ້ວຍຄະນະອົງການຄອຍກ່າ (KOICA) ແລະ ອົງການສະຫະ ປະຊາຊາດ ໄດ້ເຂົ້າພົບປະ ທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍ ຄະນະ ເພື່ອຫາລືວຽກງານເກັບກູ້ລະເບີດ ແລະ ຟື້ນຟູຊີວິດຜູ້ໄດ້ຮັບເຄາະຮ້າຍຈາກລະເບີດ.

ໃນການພົບປະຄັ້ງນີ້, ທ່ານ ບົວ ສອນ ສີນວນທອງ ໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ, ໄລຍະສົງຄາມ ແຂວງຊຽງຂວາງ ໄດ້ຮັບຜົນກະທົບຫຼາຍສົມຄວນ ເຮັດໃຫ້ມີເສດເຫຼືອສົງຄາມຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆຂອງແຂວງ, ແຂວງກໍໄດ້ພັດທະນາ, ຊອກຫາແຫຼ່ງທຶນເກັບກູ້ລະເບີດ ເພື່ອສູ້ຊົນໃຫ້ບັນລຸສະຫັດສະວັດການພັດທະນາ ແຕ່ກໍມີບາງວຽກງານທີ່ຍັງເປັນສິ່ງທ້າທາຍ ເປັນຕົ້ນແມ່ນເດັກຍັງຂາດສານອາຫານໃນເຂດຫ່າງໄກສອກຫຼີກ, ອັດຕາການປະລະການຮຽນ ແລະ ຍັງມີລະເບີດບໍ່ທັນແຕກຕົກຄ້າງຢູ່ພື້ນທີ່ຂອງແຂວງ ແລະອື່ນໆ. ແຂວງຊຽງຂວາງ ເລີ່ມຕົ້ນເກັບກູ້ລະເບີດມາແຕ່ປີ 1994 ເຖິງປັດຈຸບັນສາມາດເກັບກູ້ລະເບີດອອກຈາກພື້ນທີ່ໄດ້ 0,7% ຂອງພື້ນທີ່ແຂວງ ໄດ້ມີຫຼາຍພາກສ່ວນເຂົ້າມາຊ່ວຍເຫຼືອດ້ານທຶນຮອນໃນການເກັບກູ້ລະເບີດ, ໃຫ້ຄວາມຮູ້ແກ່ປະຊາຊົນເຖິງຜົນຮ້າຍຂອງລະເບີດບໍ່ທັນແຕກ, ຊ່ວຍຟື້ນຟູຊີວິດການເປັນຢູ່ຫາວຽກເຮັດງານທຳໃຫ້ກັບຜູ້ເສຍອົງຄະຈາກລະເບີດ.

ທ່ານ ຊິນ ຊຸງ ຊູນ ກ່າວວ່າ: ໃນໄລຍະຜ່ານມາ, ສ ເກົາຫຼີ ໄດ້ຊ່ວຍເຫຼືອເງິນ ຈຳນວນ 3 ລ້ານໂດລາສະຫະລັດ ເຂົ້າ ໃນວຽກງານດັ່ງກ່າວ ແລະ ຈະເພີ່ມທຶນອີກ 2.500.000 ໂດລາສະຫະລັດ ເຂົ້າໃນວຽກງານຟື້ນຟູຊີວິດການເປັນຢູ່ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ຈະຂະຫຍາຍວຽກງານການຊ່ວຍເຫຼືອດັ່ງກ່າວໄປທາງພາກໃຕ້ຂອງປະເທດລາວຕື່ມອີກ.

ຫຼັງຈາກນັ້ນ, ຄະນະຜູ້ແທນ ສ ເກົາຫຼີ ກໍໄດ້ເດີນທາງໄປຢ້ຽມຢາມຜູ້ທີ່ໄດ້ຮັບເຄາະຮ້າຍຈາກລູກລະເບີດ ຢູ່ບ້ານໂຕນ ເມືອງແປກ ແລະ ໄປຢ້ຽມຢາມ ທີມງານຂອງອົງການເກັບກູ້ລະເບີດແຫ່ງຊາດ ປະຈຳແຂວງຊຽງຂວາງ ຢູ່ບ້ານຢວນທອງ ເມືອງແປກ ແລະ ທ່ຽວຊົມທົ່ງໄຫຫີນ 1 ທີ່ຈະເຂົ້າເປັນມໍລະດົກ ໂລກໃນມໍ່ໆນີ້.