ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງກວດກາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ຈັດສັນ, ຍົກຍ້າຍສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການເຂື່ອນໄຟຟ້ານໍ້າຂອງ ແຂວງໄຊຍະບູລີ ໃນວັນທີ 5 ກັນຍາຜ່ານມາ, ໂດຍມີ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ຕິດຕາມການເຄື່ອນໄຫວ.

ທ່ານ ນາລິນ ລັດຕະນະພິເສດໄຊ ຮອງຜູ້ຈັດການບໍລິສັດ ຊໍການຊ່າງ ລາຍງານໃຫ້ຮູ້ວ່າ: ການສ້າງເຂື່ອນພະລັງງານໄຟຟ້ານໍ້າຂອງ ແຂວງໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2012 ມາຮອດປັດຈຸບັນ ແມ່ນສໍາເລັດແລ້ວ 96% ຄາດວ່າໄດ້ເລີ່ມທົດລອງຜະລິດກະແສໄຟຟ້າໜ່ວຍທໍາອິດ ໃນທ້າຍເດືອນຕຸລາ 2018 ແລະ ຈະເປີດທໍາການຜະລິດໃນທ້າຍປີ 2019; ເຊິ່ງໂຄງການໄຟຟ້າພະລັງງານນໍ້າຂອງ ແຂວງໄຊຍະບູລີ ມີລັກສະນະເປັນເຂື່ອນນໍ້າໄຫຼ ໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 400 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28,5 ແມັດ, ຄວາມກວ້າງຂອງສັນເຂື່ອນ 820 ແມັດ; ມີບານປະຕູນໍ້າ 7 ປ່ອງ ແລະ ບານປະຕູລະບາຍຕະກອນ 4 ປ່ອງ, ມີຊ່ອງທາງເຮືອຂຶ້ນ-ລ່ອງ ກວ້າງ 12 ແມັດ, ຍາວ 700 ແມັດ ສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500 ໂຕນ ແລະ ມີຊ່ອງທາງຂຶ້ນ-ລ່ອງຂອງປາໄດ້ຢ່າງສະດວກ; ເຂື່ອນດັ່ງກ່າວມີກໍາລັງຕິດຕັ້ງໄຟຟ້າທັງໝົດ 175 ເມກາວັດ ມີ 7 ຊຸດ, ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນ, ຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ແລະ ເຄື່ອງກໍາເນີດໄຟຟ້າ 60 ເມກາວັດ ຈໍານວນ 1 ຊຸດ ແລະ ຈະສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປ ລາວ ໂດຍລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ.

ຈາກນັ້ນ, ທ່ານລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ໄດ້ລົງຕິດຕາມເບິ່ງຜົນສໍາເລັດໃນການກໍ່ສ້າງໂຄງການໄຟຟ້າດັ່ງກ່າວ ທີ່ສັນເຂື່ອນ ເພື່ອຮັບປະກັນດ້ານຄຸນນະພາບໃນການຜະລິດໄຟຟ້າ ພ້ອມສົ່ງອອກຮັບໃຊ້ທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຮັບໝາກຜົນສູງສຸດ.