ຄະດີຄາດຕະກໍາ ນາງ ບົວວັນ ອາຍຸ 35 ປີ ຢູ່ບ້ານໜອງບຶງ ເມືອງປະທຸມພອນ ແຂວງຈຳປາສັກ ໃນທ້າຍເດືອນສິງຫາ ຜ່ານມາ;  ເຊິ່ງຜູ້ກໍ່ເຫດເປັນຄົນເຮືອນໃກ້ກັນ ໄດ້ເຂົ້າມອບ ຕົວຕໍ່ເຈົ້າໜ້າທີ່, ພາຍຫຼັງເອົາຕົວລີ້ຊ່ອນຢູ່ໃນປ່າເປັນເວລາ 3 ວັນ ຍ້ອນທົນຄວາມຫິວບໍ່ໄດ້ ໂດຍຜູ້ກ່ຽວສາລະພາບວ່າ: ພຽງແຕ່ເຂົ້າໄປຊອກລັກ ເຈົ້າຂອງເຮືອນຕື່ນຂຶ້ນ ຈຶ່ງກັບໃຈໃຊ້ມີດລົງມືຄາດຕະກໍາ.

ຄະດີດັ່ງກ່າວເກີດຂຶ້ນໃນເວລາປະມານ 3 ໂມງ ຂອງວັນທີ 23 ສິງຫາ 2018,  ເຊິ່ງຜູ້ກໍ່ເຫດຊື່ ທ້າວ ຕູບ ອາຍຸ 20 ປີ ເປັນຄົນເຮືອນໃກ້ກັນ ແລະ ບ້ານດຽວກັນ. ໃນມື້ເກີດເຫດວັນທີີ 22 ສິງຫາ 2018 ເວລາປະມານ 18:00 ໂມງ ຜູ້ກ່ຽວໄດ້ໄປຊື້ຢາເສບຕິດ ປະເພດຢາບ້ານຳຜູ້ຊາຍຄົນຮູ້ຈັກຢູ່ເມືອງປະທຸມພອນ ຈຳນວນ 2 ເມັດ ໄປເສບຢູ່ປ່າຫ່າງຈາກບ້ານປະມານ 100 ແມັດ, ແລ້ວກັບໄປນອນຢູ່ເຮືອນຂອງຜູ້ກ່ຽວ ແຕ່ນອນບໍ່ຫຼັບໃນເວລານັ້ນ, ຜູ້ກ່ຽວໄດ້ມີແນວຄິດຢາກລັກເງິນຂອງ ນາງ ບົວວັນ (ຜູ້ເສຍຊີວິດ), ເຊິ່ງເປັນຄົນເຮືອນຢູ່ໃກ້ກັນ ເນື່ອງຈາກ ທ້າວ ທັດສະພອນ ຜົວຂອງນາງ ບົວວັນ ບໍ່ຢູ່ເຮືອນໄປເຮັດວຽກຢູ່ເມືອງໂຂງ.

ຮອດເວລາປະມານ 3:00 ໂມງ ຂອງວັນທີ 23 ສິງຫາ 2018, ຜູ້ກ່ຽວໄດ້ຈັບເອົາມີດຍາວປະ ມານ 30 ຊັງ ຕີແມັດ ພາຍໃນເຮືອນຂອງຜູ້ກ່ຽວ ແລ້ວຍ່າງໄປເຮືອນຂອງ ນາງ ບົວວັນ ຈຸດປະສົງແມ່ນຈະໄປລັກເງິນ, ພໍຍ່າງໄປຮອດເຮືອນ ນາງ ບົວວັນ ຜູ້ກ່ຽວໄດ້ໄຂປະຕູເຮືອນ ຄົວ ເພາະວ່າປະຕູບໍ່ໄດ້ລັອກ ແລ້ວເຂົ້າໄປໃນເຮືອນ ແນມເຫັນ ນາງ ບົວວັນ ແລະ ລູກຊາຍ ອາຍຸ 6 ປີ ນອນຮຽງຂ້າງກັນຢູ່ຫ້ອງນອນໃນເຮືອນ (ຫ້ອງບໍ່ມີປະຕູ). ຈາກນັ້ນ, ທ້າວ ຕູບ ຈຶ່ງໄດ້ຊອກຫາກະເປົາເງິນຕາມຝາເຮືອນ ແຕ່ບໍ່ເຫັນຜູ້ກ່ຽວ ຈຶ່ງໄດ້ເປີດມຸ້ງຄານເຂົ້າໄປທາງ ຕີນບ່ອນນອນ ເພື່ອຊອກຫາເງິນໃນຫົວບ່ອນນອນຂອງ ນາງ ບົວວັນ ໃນລະຫວ່າງນັ້ນ, ນາງ ບົວວັນ ໄດ້ພິກຄີງ ແລ້ວຂາໄປຕຳເອົາຫົວຂອງທ້າວ ຕູບ ເຮັດໃຫ້ນາງ ບົວວັນ ຕື່ນລຸກຂຶ້ນນັ່ງ, ເວລານັ້ນ ທ້າວ ຕູບ ຢ້ານ ນາງ ບົວ ວັນ ເຫັນໜ້າ ຈຶ່ງໃຊ້ມີດທີ່ຖືໄປນໍາແທງໄປໃສ່ໜ້າເອິກ ບໍລິເວນກ້ອງນົມເບື້ອງຂວາ 1 ບາດ ແລ້ວ ນາງ ບົວວັນ ໄດ້ຮ້ອງໃຫ້ຄົນຊ່ວຍ, ທ້າວ ຕູບ ຈຶ່ງ ໄດ້ຖືມີດແລ່ນອອກປະຕູທາງເກົ່າ. ຈາກນັ້ນ, ຜູ້ກ່ຽວໄດ້ເອົາຕົວຫຼົບໜີເຂົ້າປ່າທີ່ຫ່າງຈາກບ້ານປະມານ 4 ກິໂລແມັດ ເປັນເວລາ 3 ວັນ.

ຍ້ອນຄວາມຫິວໂຫຍ ແລະ ມີຝົນຕົກຢ່າງຕໍ່ເນື່ອງ ຈຶ່ງທົນບໍ່ໄດ້ ບວກກັບສະພາບອາກາດໜາວ ເຮັດໃຫ້ຜູ້ກ່ຽວຍອມອອກໄປມອບຕົວກັບເຈົ້າໜ້າທີ່ ປກສ ເມືອງປະທຸມພອນ ແຂວງຈໍາປາສັກ ໃນວັນທີ 26 ສິງຫາ 2018.

ຄະດີດັ່ງກ່າວ, ພະແນກຕໍາຫຼວດ ສືບສວນ-ສອບສວນ ປກສ ແຂວງຈໍາປາສັກ ດຳເນີນການສອບສວນກຽມສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະ ການສັ່ງຟ້ອງສານຕັດສິນຕາມກົດໝາຍ.