ໃນຕອນເຊົ້າຂອງວັນທີ 7 ກັນຍາ 2018, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ( ສປປ ເກົາຫຼີ ) ຄົບຮອບ 70 ປີ (9 ກັນຍາ 1948-9 ກັນຍາ 2018) ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ປ້ານ ນ້ອຍມະນີ ປະທານກໍາມະການສູນກາງ ສະຫະພັນກໍາມະບານລາວ ປະທານສະມາຄົມມິດຕະພາບ ລາວ- ສປປ ເກົາຫຼີ, ມີບັນດາຜູ້ຕາງໜ້າອົງການຈັດຕັ້ງພັກ, ຄະນະນໍາຂອງບັນດາກະຊວງ, ຄະນະນໍາອົງການຈັດຕັ້ງມະຫາຊົນ ອ້ອມຂ້າງສູນກາງ ແລະ ພະນັກງານຫຼັກແຫຼ່ງຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ຄະນະຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ

ໃນໂອກາດດັ່ງກ່າວ, ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຂຶ້ນປາຖະກະຖາ ໂດຍໄດ້ຍົກໃຫ້ເຫັນບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານຂອງປະຊາຊົນເກົາຫຼີ ໃນຕະຫຼອດໄລຍະ 70 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດ ສປປ ເກົາຫຼີ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ, ເດັດດ່ຽວໜຽວແໜ້ນຂອງພັກແຮງງານເກົາຫຼີ ທີ່ມີປະທານ ກິມ ອິນ ຊຸງ, ສະຫາຍ ກິມ ຈົງ ອິນ ເປັນຜູ້ນໍາພາ.

ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈໍາ ສປປ ລາວ

ເຊິ່ງປັດຈຸບັນມີສະຫາຍ ກິມ ຈົງ ອຸນ ຜູ້ນໍາສູງສຸດທີ່ເປັນຜູ້ສືບທອດພາລະກິດຂອງການນໍາຮຸ່ນກ່ອນ ເຮັດໃຫ້ ສປປ ເກົາຫຼີ ພັດທະນາຢ່າງຮອບດ້ານ: ການເມືອງມີສະຖຽນລະພາບໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປ້ອງກັນຊາດມີຄວາມເຂັ້ມແຂງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດຂອງ ສປປ ເກົາຫຼີ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເປີດກວ້າງ ໂດຍສະເພາະແມ່ນຄວາມພະຍາຍາມໃນການແກ້ໄຂສະພາບການໃນແຫຼມເກົາຫຼີ ໃຫ້ມີບັນຍາກາດແຫ່ງສັນຕິພາບ, ມິດຕະພາບ ແລະ ສະຖຽນລະພາບ.

ຄະນະຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ເກົາຫຼີ ຄົບຮອບ 70 ປີ

ນອກນັ້ນ, ຍັງໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອດີງາມ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ສປປ ເກົາຫຼີ-ສປປ ລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ສປປ ເກົາຫຼີ ແລະ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ເຊິ່ງໄດ້ຮັບການຂະຫຍາຍຕົວຕະຫຼອດມາ. ນອກຈາກການປາຖະກະຖາແລ້ວ ຍັງໄດ້ມີການຈັດວາງສະແດງຮູບພາບ, ສາຍວິດີໂອ ແລະ ລາຍການສິລະປະຂອງລາວ ແລະ ສປປ ເກົາຫຼີ ນໍາອີກ.

ຄະນະຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ