ໃນທ້າຍອາທິດຜ່ານມາ, ຫ້ອງການບ້ານພັດທະນາຫຼັກ 7 ນະຄອນປາກເຊ ແຂວງຈຳປາສັກ ໄດ້ເປີດກອງປະຊຸມວຽກງານຫັນລົງກໍ່ສ້າງຮາກຖານ ແລະ ແກ້ໄຂປະກົດການຫຍໍ້ທໍ້; ໂດຍ ພັທ ດໍ ເດດແກ້ວ ສິດທິເດດເດດດາວັນ ຮອງຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ, ມີຄະນະກອງບັນຊາການ ປກສ ແຂວງ, ມີຄະນະຊີ້ນຳຮາກຖານກຸ່ມບ້ານທີ 5, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກຖານ, ປກສ ກຸ່ມ, ປກສ ບໍລິການປະຊາຊົນ, ພະນັກງານວິຊາການ, ນາຍບ້ານ ຕະຫຼອດຮອດອຳນາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນພາຍໃນ ບ້ານພັດທະນາຫຼັກ 7 ເຂົ້າຮ່ວມ.

ພັທ ເພັດສະຫວຽງ ທອງແກ້ວ ຮອງຫົວໜ້າກອງບັນຊາການນະຄອນປາກເຊ ກ່າວວ່າ: ການເປີດກອງປະຊຸມວຽກງານຫັນລົງກໍ່ສ້າງຮາກຖານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຄັ້ງນີ້, ມີກຳ ລັງ ປກສ ທີ່ຫັນລົງກໍ່ສ້າງຮາກຖານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນພະນັກ ງານທີ່ມາຈາກກອງບັນຊາການ ປກສ ແຂວງ, ປກສ ນະຄອນປາກເຊ ແມ່ນຈະໄດ້ສົມທົບກັບ ກຳລັງ ປກສ ບໍລິການປະຊາຊົນ ແລະ ອຳນາດການປົກຄອງບ້ານ ເຮັດວຽກຮ່ວມກັນ, ໂດຍໜ້າວຽກທີ່ຈະຕ້ອງຈັດຕັ້ງປະຕິບັດໃນໄລຍະ 1 ປີ ຄື: ຈະໄດ້ປັບປຸງສຳມະໂນຄົວຢ່າງເປັນລະບົບ, ຖືກຕ້ອງ ແລະ ສາມາດຄຸ້ມຄອງການເໜັງ ຕີງຂອງພົນລະເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເອົາໃຈໃສ່ເຮັດວຽກງານຄຸ້ມຄອງອາຊີບ ແລະ ພາຫະນະພິເສດເຂົ້າສູ່ລະບຽບຫຼັກການ ເຮັດໃຫ້ຜູ້ປະກອບການມີສ່ວນຮ່ວມໃນວຽກງານ ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ປັບປຸງໃຫ້ ປກສ ບ້ານ ໃຫ້ສາມາດເຄື່ອນໄຫວວຽກງານ ແລະ ຄຸ້ມຄອງ ໃຫ້ໄດ້ 10-15 ຄອບຄົວ ແລະ ສ້າງໃຫ້ໄດ້ຄອບຄົວປ້ອງກັນຄວາມສະຫງົບດີ, ບ້ານປ້ອງກັນ ຄວາມສະຫງົບດີ.

ນອກນັ້ນ, ຍັງຈະສຸມໃສ່ແກ້ໄຂການກໍ່ອາຊະຍາກຳທຸກປະເພດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະ ກ້າວ ເປັນຕົ້ນແມ່ນກຸ່ມມົ້ວສຸມຢາເສບຕິດ ແລະ ການຄ້າຂາຍຢາເສບຕິດ, ກຸ່ມມົ້ວສຸມ, ປຸ້ນຈີ້, ຊິງຊັບ, ງັດແງະ, ລັກຊັບ, ກໍ່ອາລະວາດຕີກັນ, ສະກັດກັ້ນ ບໍ່ໃຫ້ເກີດມີອັກຄີໄພ, ການຂີ່ລົດ ໄວໃຊ້ສຽງດັງ, ດັດແປງສະພາບເຕັກນິກລົດທີ່ກໍ່ໃຫ້ເກີດອຸບັດຕິ ເຫດ ແລະອື່ນໆ, ຕິດຕາມຄຸ້ມ ຄອງຄົນຕ່າງປະເທດທີ່ເຂົ້າມາພັກອາໄສບໍ່ໃຫ້ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະ ບຽບຮຽບຮ້ອຍ, ພ້ອມນັ້ນ ຈະຕ້ອງ ເອົາໃຈໃສ່ຂື້ນບັນຊີ ແລະ ຄຸ້ມຄອງເປົ້າໝາຍກໍ່ອາຊະຍາກຳ ແລະ ເປົ້າໝາຍຕ່າງໆ ສ້າງໃຫ້ໄດ້ ກຳລັງ ປກສ ລົງກໍ່ສ້າງຮາກຖານໃຫ້ມີແນວຄິດໜັກແໜ້ນ-ເຂັ້ມແຂງທາງດ້ານທັດສະນະຫຼັກໝັ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບແບບແຜນ ແລະ ວິທີເຮັດວຽກໃຫ້ສະດວກວ່ອງໄວ, ທັນສະໄໝ ແລະ ມີຄຸນນະພາບດີຂຶ້ນເທື່ອລະກ້າວ. ພ້ອມທັງໄດ້ນຳເອົາເອກະສານມາເຜີຍແຜ່ໃຫ້ ອຳນາດການປົກຄອງ ແລະ ພໍ່- ແມ່ປະຊາຊົນພາຍໃນບ້ານໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕື່ມອີກ ເປັນຕົ້ນແມ່ນເອກະສານຮ້ານກິນ-ດື່ມບັນເທີງ ແລະ ການຄຸ້ມຄອງອາຊີບພິເສດ, ເອກະສານກົດລະບຽບຈະລາຈອນ ແລະ ການຂັບຂີ່ຕາມທ້ອງຖະໜົນ ແລະ ເອກະສານຜົນຮ້າຍຂອງຢາເສບຕິດ.