ສາຍກວດກໍາລັງປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ສະກັດກວດຄົ້ນລົດຈັກໄວລຸ້ນ 2 ຄັນ ຢູ່ເສັ້ນທາງເລກ 13 ເໜືອ ລະຫວ່າງ ເມືອງໄຊ-ເມືອງນໍ້າບາກ ແຂວງຫຼວງພະບາງ ພົບເຫັນຢາເສບຕິດ ປະເພດຢາບ້າ 3.000 ກວ່າເມັດ ໃນວັນທີ 28 ສິງ ຫາ 2018 ພ້ອມທັງກັກຕົວຜູ້ຖືກຫາ 2 ຄົນ ສົ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດວິຊາສະ ເພາະດໍາເນີນການສອບສວນຂະຫຍາຍຜົນ.
ຜູ້ຖືກຫາທັງສອງຄົນຊື່ ທ້າວ ເຢັງ ເລົ້າ ອາຍຸ 18 ປີ ຢູ່ບ້ານແສນລາດ ເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ໃຈຊົ່ງ ອາຍຸ 17 ປີ ຢູ່ບ້ານາແສນຄຳ ເມືອງໄຊ ແຂວງອຸດົມໄຊ; ເຊິ່ງພວກກ່ຽວໄດ້ພາກັນຂັບຂີ່ລົດຈັກເວບ 110 ສີດຳ ແລະ ລົດຈັກ ຍີ່ຫໍ້ຊູຊຸກິສະແມັດສີຟ້າ-ດຳ (ບໍ່ມີປ້າຍທະບຽນ) ກໍາລັງມຸ່ງໜ້າໄປເມືອງໄຊ ແຂວງອຸດົມໄຊ. ແຕ່ພໍໄປຮອດຈຸດກວດກາ ຈຶ່ງຖືກເຈົ້າໜ້າທີ່ສະກັດກວດຄົ້ນພົບຢາບ້າ ຈຳນວນ 19 ຖົງ ເທົ່າກັບ 3.783 ເມັດ ທີ່ຊຸກເຊື່ອງໄວ້ໃນຖົງພາຍ.

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໃຫ້ຮູ້ຕື່ມອີກວ່າ: ວັນທີ 15 ສິງຫາ 2018, ໄດ້ເຂົ້າກວດຄົນເຮືອນຂອງທ້າວ ຈ່າງອາຊື່ ແລະ ນາງ ເມປາ ທັງສອງ ເປັນ (ຜົວ-ເມຍ) ຢູ່ບ້ານແຟນ ເມືອງໄຊ ແຂວງອຸດົມໄຊ ພົບເຫັນຢາບ້າຈຳນວນ 17 ເມັດ ທີ່ຊຸກເຊື່ອງໄວ້ເທິງຕູ້ເຢັນພາຍໃນເຮືອນ ຄົວ, ອາວຸດປືນວີແຢັດ 1 ກະບອກ, ລູກປືນ 18 ລູກ, ປືນແວ໋ງ 1 ກະບອກ ພ້ອມລູກປືນ 29 ລູກ, ເງິນໂດລາປອມ 200 ໂດລາ.
ຜ່ານການສອບສວນ ພວກກ່ຽວໄດ້ໃຫ້ການຊັດທອດຫາພວກຮ່ວມຊື້-ຂາຍຢາເສບຕິດ 3 ຄົນ ຊື່: ທ້າວ ພູ ວຽງ ອາຍຸ 34 ປີ ຢູ່ບ້ານແຟນ ເມືອງໄຊ ແຂວງອຸດົມໄຊ, ທ້າວ ວັນ ອາຍຸ 19 ປີ ຢູ່ບ້ານປາງໄຮ່ເໜືອ ເມືອງໃໝ່ ແຂວງ ຜົ້ງສາລີ ແລະ ທ້າວ ບຸນເພັງ ອາຍຸ 29 ປີ ຢູ່ບ້ານແສ້ ນະຄອນຫຼວງພະບາງ ແຂວງຫຼວງພະບາງ. ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດຄົ້ນເຮືອນຂອງ ທ້າວ ພູວຽງ ໄດ້ພົບເຫັນຢາບ້າອີກຈຳນວນ 21 ເມັດ; ບັ້ງເສບຢາບ້າ 1 ບັ້ງ ພ້ອມທັງກັກຕົວ ທ້າວ ວັນ ແລະ ທ້າວ ບຸນເພັງ, ເຊິ່ງເປັນກຳມະກອນພັກເຊົາຢູ່ກັບ ທ້າວ ພູວຽງ ໃນຂໍ້ຫາຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ.