ຄະນະຜູ້ແທນຂັ້ນສູງ ກອງບັນຊາການປ້ອງກັນຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ນໍາໂດຍ ພົຕ ຮ່ວງ ຊວນ ຈຽນ ຫົວໜ້າກອງບັນຊາການ ໄດ້ເຂົ້າຢ້ຽມຂໍ່ານັບ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນວັນທີ 12 ກັນຍາ 2018 ເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດດັ່ງກ່າວນີ້, ພົຕ ສົມແກ້ວ ສີລາວົງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ຄະນະຜູ້ແທນຫວຽດນາມ, ການທີ່ຄະນະເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ສອງປະຊາຊົນ ລາວ-ຫວຽດນາມ; ໂດຍສະເພາະແມ່ນການພົວພັນຮ່ວມມືສອງກະຊວງ ລາວ-ຫວຽດນາມ ໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມຊາຍແດນ; ພ້ອມທັງອວຍພອນໃຫ້ຄະນະຈົ່ງມີສຸຂະພາບເຂັ້ມແຂງ, ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດໃຫຍ່ຫຼວງຂຶ້ນກວ່າເກົ່າ.

ພ້ອມດຽວກັນນີ້, ພົຕ ຮ່ວງ ຊວນ ຈຽນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ກະຊວງ ປກສ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນແກ່ຄະນະຂອງຂ້າພະເຈົ້າ ພ້ອມທັງອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊີ້ນໍາ-ນໍາພາວຽກງານປ້ອງກັນຄວາມສະຫງົບລາວ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ.